ຫົວພັນ-ແທັງຮວາ ເພີ່ມທະວີຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ
ເມື່ອບໍ່ດົນມານີ້, ທີ່ແຂວງແທັງຮວາ ສສ ຫວຽດນາມ, ທ່ານພັນເອກ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ ໄດ້ພົບປະກັບທ່ານພົນຈັດຕະວາ ຫງວຽນ ຫາຍ ຈຸງ ຫົວໜ້າກອງບັນຊາການຕຳຫລວດແຂວງແທັງຮວາ ເພື່ອປຶກສາຫາລືເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນຂອງສອງຝ່າຍ, ພາຍຫລັງເຫັນວ່າຍັງມີສະພາບຫຍໍ້ທໍ້ຈໍານວນໜຶ່ງເກີດຂຶ້ນຕາມເຂດຊາຍແດນສົ່ງຜົນກະທົບຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເປັນຕົ້ນ: ບັນຫາຢາເສບຕິດ, ການລັກລອບຕັ້ງພູມລຳເນົາ, ການເຂົ້າ-ອອກເມືອງຜິດລະບຽບກົດໝາຍ, ບັນຫາສາສະໜາ ແລະ ອື່ນໆ, ເນື່ອງຈາກມີປະຊາຊົນຈາກທ້ອງຖິ່ນອື່ນໄດ້ມາອາໄສຢູ່ລຽບຕາມຊາຍແດນຂອງສອງຝ່າຍນັບມື້ເພີ່ມຂຶ້ນ ແລະ ເຮັດໃຫ້ມີບັນຫາອາຊະຍາກຳຕ່າງໆຕາມມາເປັນຈໍານວນຫລາຍຄືຜ່ານມາມີຄະດີຢາເສບຕິດເກີດຂຶ້ນຫລາຍກວ່າ 120 ກໍລະນີ ແລະ ກັກຕົວຜູ້ກະທໍາຜິດໄດ້ 140 ກວ່າຄົນ, ພ້ອມທັງຢຶດຂອງກາງຢາເສບຕິດປະເພດເຮໂຣອິນ 58 ແທ່ງ, ຢາບ້າ 2 ແສນກວ່າເມັດ, ຢາໄອສ໌ 40 ຫໍ່, ຝິ່ນ 36 ກວ່າກິໂລ, ອາວຸດປືນ 6 ກະບອກ, ລົດຈັກ 12 ຄັນ ແລະ ວັດຖຸອື່ນໆຈໍານວນໜຶ່ງ.
ໃນໂອກາດນີ້, ສອງຝ່າຍໄດ້ຕົກລົງເປັນເອກກະພາບເພີ່ມທະວີໃນວຽກງານຮັກສາຄວາມສະຫງົບໃຫ້ແໜ້ນແຟ້ນກວ່າເກົ່າ, ເພື່ອເຮັດໃຫ້ຊາຍແດນສອງປະເທດເວົ້າລວມ, ເວົ້າສະເພາະແຂວງຫົວພັນ ແລະ ແທັງຮວາ ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ແລະ ເປັນຊາຍແດນແຫ່ງມິດຕະພາບຕະຫລອດໄປ.

