10 ປະໂຫຍດດີໆຈາກຫົວສີໄຄ ແກ້ກະຫາຍນຳ້ – ບຳລຸງສະໝອງ

ພືດສະໝຸນໄພທີ່ດີ ແລະ ມີລາຄາຖືກ ຫາຊື້ໄດ້ຕາມຕະຫລາດ ຫລື ຈະປູກໄວ້ກິນເອງກໍງ່າຍ ຖືເປັນຄວາມໂຊກດີຂອງຄົນລາວ ເຮົາ ໜຶ່ງໃນນັ້ນກໍແມ່ນຫົວສີໄຄ ນອກຈາກຈະເອົາມາປຸງແຕ່ງອາຫານໄດ້ແຊບແລ້ວ ຍັງມີປະໂຫຍດດີໆອີກຫລາຍຈົນທ່ານຕ້ອງຢາກກິນຫົວສີໄຄທຸກມື້ແນ່ນອນ ແລະ ຕໍ່ໄປນີ້ແມ່ນ 10 ຄຸນປະໂຫຍດດີໆທີ່ທ່ານຈະໄດ້ຈາກຫົວສີໄຄ :
- ຊ່ວຍແກ້ກະຫາຍນຳ້ໄດ້ ໂດຍສາມາດເອົາຫົວສີໄຄມາຕົ້ມໃສ່ນຳ້ ແລະ ອາດຕື່ມນຳ້ຕານເພື່ອເພີ່ມລົດຊາດ ແລະ ຄວາມສົດຊື່ນ.
- ຊ່ວຍບຳລຸງ ແລະ ປິ່ນປົວສາຍຕາ ໃຫ້ດວງຕາມີສຸຂະພາບດີສົດໃສຢູ່ສະເໝີ.
- ຊ່ວຍບຳລຸງສະໝອງໃຫ້ເຮັດວຽກຢ່າງມີປະສິດທິພາບ ແລະ ເພີ່ມສະມາທິໃຫ້ແກ່ຄົນໃນໄວຮຽນ ແລະ ໄວເຮັດວຽກ ຈະ ດື່ມໄປນຳ ຮຽນໜັງສືໄປນຳ ຫລື ເຮັດວຽກໄປນຳກໍໄດ້ຄືກັນ.
- ຊ່ວຍໃນການນອນຫລັບ ເຮັດໃຫ້ສະໝອງຜ່ອນຄາຍຈາກຄວາມເຄັ່ງຄຽດ ຈຶ່ງນອນຫລັບພັກຜ່ອນໄດ້ງ່າຍຂຶ້ນ.
- ເປັນສ່ວນປະສົມຂອງຢາທາ, ຢາສີດພົ່ນເພື່ອໄລ່ແມງໄມ້ ແລະ ປອດໄພຈາກສານເຄມີ.
- ຊ່ວຍດັບກິ່ນຄາວຂອງປາ ແລະ ຊີ້ນສັດຕ່າງໆໃນການປຸງແຕ່ງອາຫານໄດ້.
- ເປັນສ່ວນປະສົມຂອງຢານວດທີ່ຊ່ວຍຄາຍກ້າມຊີ້ນໄດ້.
- ຫລຸດຜ່ອນອາການຍື່ງທ້ອງແໜ້ນທ້ອງໄດ້.
- ຫລຸດອາການໄຂ້ຫວັດ ໂດຍສະເພາະອາການໄອ.
- ຫລຸດຄວາມຮຸນແຮງຂອງອາການເຈັບຫົວ ແລະ ຊ່ວຍຫລຸດຄວາມດັນເລືອດລົງໄດ້.
– ວິທີກິນຫົວສີໄຄໃຫ້ໄດ້ປະໂຫຍດສູງສຸດ :
ນອກຈາກການໃຊ້ຫົວສີໄຄເປັນສ່ວນປະກອບຂອງອາຫານຕ່າງໆ ທັງຊອຍເປັນທ່ອນໃສ່ແກງໃສ່ຕົ້ມຍຳ, ໃສ່ໜຶ້ງປາ ຫລື ສັບ ແຫລກໆໃສ່ຍຳປາທູ, ໃສ່ຍຳປາກະປ໋ອງ ເປັນຕົ້ນ ຍັງສາມາດເອົາມາຕົ້ມເປັນເຄື່ອງດື່ມ ດື່ມເປັນນຳ້ຊາຍາມມີອາການໄຂ້ຫວັດ, ໄອ, ເຈັບຄໍ, ກະຫາຍນຳ້ ແລະ ຍັງສາມາດສັບ ຫລື ຕຳເປັນສ່ວນປະສົມຂອງສະໝຸນໄພທີ່ຢູ່ໃນໜ່ວຍປະຄົບ – ນວດສະໝຸນໄພ ເພື່ອຄາຍກ້າມຊີ້ນໄດ້ນຳອີກ.

