ຄະນະສະເພາະກິດກວດເຂັ້ມການຈັດເກັບລາຍຮັບ

ເພື່ອບັນລຸເປົ້າໝາຍການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2017 ສະເພາະນະຄອນຫລວງວຽງຈັນ ໃຫ້ບັນລຸຫລາຍກວ່າ 1.100 ຕື້ກີບ, ທ່ານຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ໄດ້ອອກຂໍ້ຕົກລົງ ສະບັບເລກ 0887/ກ.ງ ລົງວັນທີ 28 ມີນາ 2017 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຕິດຕາມ, ກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການສ່ວຍສາອາກອນໃນຂອບເຂດທົ່ວປະເທດ ຈໍານວນ 9 ສະຫາຍ, ທີ່ມາຈາກຫລາຍພາກສ່ວນ, ສະເພາະຢູ່ນະຄອນຫລວງວຽງຈັນໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ, ພ້ອມທັງສັ່ງເຂັ້ມງວດກວດເຂັ້ມໃນການຕິດຕາມ, ໂດຍໄດ້ເລັ່ງໃສ່ເປົ້າໝາຍພະແນກສ່ວຍສາອາກອນ, ຫົວໜ່ວຍທຸລະກິດຈຳນວນໜຶ່ງທີ່ນຳເຂົ້ານ້ຳມັນເຊື້ອໄຟ, ພາຫະນະ ແລະ ອື່ນໆ.
ທ່ານ ກໍລະກັນ ສິງອຸດົມ ຮອງຫົວໜ້າກົມຈັດຕັ້ງ ຄະນະກວດກາສູນກາງພັກ ຮອງຫົວໜ້າຄະນະສະເພາະກິດດັ່ງກ່າວເປີດເຜີຍວ່າ: ການປະຕິບັດວຽກງານຂອງຄະນະສະເພາະກິດຢູ່ນະຄອນຫລວງມີກຳນົດ 1 ເດືອນ, ນັບແຕ່ວັນທີ 24 ເມສາ – 24 ພຶດສະພາ 2017 ໂດຍເລັ່ງໃສ່ພະແນກສ່ວຍສາອາກອນນະຄອນຫລວງຄື: ຫ້ອງການຄຸ້ມຄອງເກັບລາຍຮັບ, ຫ້ອງການກວດກາບັນຊີວິສາຫະກິດ, ຫ້ອງ ການຄຸ້ມຄອງໃບເກັບເງິນ ແລະ ສິ່ງພິມ, ຫ້ອງການອາກອນກໍາໄລ ແລະ ຄ່າທໍານຽມ, ບັນດາຫົວໜ່ວຍທຸລະກິດຈຳນວນໜຶ່ງທີ່ນຳເຂົ້າ ແລະ ຈັດຈຳໜ່າຍນ້ຳມັນເຊື້ອໄຟ, ພາຫະນະ ແລະ ອື່ນໆ…ເຊິ່ງຕົ້ນຕໍແມ່ນເຮັດຫນ້າທີ່ຕິດຕາມ, ກວດກາການເຄື່ອນໄຫວຂອງພະນັກງານ, ເຈົ້າໜ້າທີ່ສ່ວຍສາອາກອນໃນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະ ນິຕິກຳອື່ນໆທີ່ຕິດພັນກັບວຽກງານສ່ວຍສາອາກອນ, ເກັບກຳຊອກຮູ້ຂໍ້ມູນ, ສະພາບການທີ່ເປັນຫາງສຽງ, ປະກົດການຫຍໍ້ທໍ້ທີ່ຕິດພັນພະນັກ ງານ, ຜູ້ປະກອບການທຸລະກິດ, ທັງເປັນການຊຸກຍູ້ ແລະ ຍົກສູງຄວາມຮັບຜິດຊອບຂອງພະນັກງານ, ຕິດຕາມ, ກວດກາ, ເກັບກຳຂໍ້ມູນຖານລາຍຮັບ, ການຄຸ້ມຄອງຈັດເກັບລາຍຮັບ ແລະ ການມອບລາຍຮັບສ່ວຍສາອາກອນເຂົ້າງົບປະມານ, ເກັບກຳຊອກຮູ້ສະພາບການອອກລະບຽບການໃນການຄຸ້ມຄອງ ແລະ ນຳໃຊ້ລາຍຮັບຕ່າງໆທີ່ເປັນພັນທະຕ້ອງມອບເຂົ້າງົບປະມານໃຫ້ຖືກຕ້ອງຊັດເຈນ.

