ສປປ ເກົາຫລີ ຍິງທົດລອງລູກສອນໄຟຄັ້ງໃໝ່


ກອງທັບ ສ.ເກົາຫລີ ແຈ້ງວ່າ: ກວດພົບການຍິງລູກສອນໄຟຄັ້ງໃໝ່ຂອງ ສປປ ເກົາຫລີ ໃນຕອນເຊົ້າວັນທີ 14 ພຶດສະພານີ້ ໂດຍພົບວ່າມີການຍິງລູກສອນໄຟບໍ່ຮູ້ຊະນິດ 1 ລູກ ຈາກພື້ນທີ່ໃກ້ເມືອງກູຊອງທາງຕາເວັນຕົກສຽງເໜືອຂອງນະຄອນຫລວງພຽງຢາງ ເຊິ່ງສາມາດຍິງໄປໄກເຖິງ 700 ກິໂລແມັດ ຄິດເປັນເວລາ 30 ນາທີ ກ່ອນຕົກລົງໃນທະເລຍີ່ປຸ່ນ.
ກອງບັນຊາການປາຊີຟິກຂອງກອງທັບອາເມລິກາ ຖະແຫລງວ່າ: ພວມກວດສອບຊະນິດຂອງລູກສອນໄຟດັ່ງກ່າວ, ແຕ່ລັກສະນະການຂຶ້ນຂອງລູກສອນໄຟນີ້ບໍ່ສອດຄ່ອງກັບລູກສອນໄຟໄລຍະໄກຂ້າມທະວີບ (ICBM) ເຊິ່ງສາມາດໂຈມຕີໄປເຖິງແຜ່ນດິນໃຫຍ່ຂອງອາເມລິກາໄດ້.
ສຳນັກຂ່າວຢອນຮັບຂອງ ສ.ເກົາຫລີ ລາຍງານວ່າ: ຍີ່ປຸ່ນ ແລະ ສ.ເກົາຫລີ ອອກຖະແຫລງການປະນາມການທົດລອງລູກສອນໄຟເທື່ອຫລັງສຸດ, ສ່ວນປະທານາທິບໍດີ ມຸນ ແຈອິນ ຜູ້ນຳຄົນໃໝ່ຂອງ ສ.ເກົາຫລີ ເອີ້ນປະຊຸມສະພາຄວາມໝັ້ນຄົງສຸກເສີນ ເພື່ອຫາລືບັນຫາດັ່ງກ່າວ ເຊິ່ງເກີດຂຶ້ນພາຍຫລັງທ່ານເຂົ້າຮັບຕຳແໜ່ງປະທານາທິບໍດີພຽງສາມວັນ.
ໃນເດືອນຜ່ານມາ, ສປປ ເກົາຫລີ ໄດ້ຍິງທົດລອງລູກສອນໄຟສອງເທື່ອ ແລະ ຫລົ້ມເຫລວທັງສອງເທື່ອ, ແຕ່ຍັງເຮັດໃຫ້ສະຖານະການຢູ່ແຫລມເກົາຫລີທະວີຄວາມເຄັ່ງຕຶງຍິ່ງຂຶ້ນ ໂດຍປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ສັ່ງໃຫ້ກອງເຮືອຮົບເຂົ້າປະຈຳການຢູ່ນ່ານນ້ຳແຫລມເກົາຫລີ ເພື່ອເຝົ້າລະວັງການໂຈມຕີ ແລະ ເຕືອນວ່າພຶດຕິກຳຂອງ ສປປ ເກົາຫລີ ສ່ຽງຈະເຮັດໃຫ້ເກີດຄວາມຂັດແຍ່ງຮຸນແຮງເທື່ອໃຫຍ່ຂຶ້ນອີກ. ເຖິງວ່າກ່ອນໜ້ານີ້ ທ່ານເຄີຍບອກວ່າພ້ອມຈະພົບປະຫາລືກັບຜູ້ນຳ ສປປ ເກົາຫລີ ໃນເວລາທີ່ເໝາະສົມກໍຕາມ.
ທ່ານນາງ ໂຊ ຊອນ ຮຸຍ ນັກການທູດລະດັບສູງຂອງກະຊວງການຕ່າງປະເທດ ສປປ ເກົາຫລີ ກ່າວຕໍ່ນັກຂ່າວຢູ່ນະຄອນຫລວງປັກກິ່ງ ຫລັງໄດ້ເດີນທາງໄປພົບກັບອະດີດເຈົ້າໜ້າທີ່ລັດຖະບານອາເມລິກາ ຢູ່ປະເທດນອກແວວ່າ: ສປປ ເກົາຫລີ ອາດພິຈາລະນາເປີດການເຈລະຈາກັບອາເມລິກາໃນເວລາອັນເໝາະສົມ.
ເຖິງຢ່າງໃດກໍຕາມ, ທ່ານ ສະຕີເຟນ ອີແວນ ນັກຂ່າວ BBC ປະຈຳ ສ.ເກົາຫລີ ລາຍງານວ່າ: ການເຈລະຈາທະວີພາຄີດັ່ງກ່າວຈະເກີດຂຶ້ນໄດ້ກໍຕໍ່ເມື່ອ ສປປ ເກົາຫລີ ຍິນຍອມຢຸດ ຫລື ຈຳກັດໂຄງການພັດທະນາອາວຸດນິວເຄຼຍຂອງຕົນເທົ່ານັ້ນ.

