ອະນາໄມໂລກເຕືອນໄພຄວາມໝັ້ນຄົງ ແລະ ບໍ່ມີແຜນປ້ອງກັນ ສ່ຽງເຮັດໃຫ້ອີໂບລາລະບາດທົ່ວພາກພື້ນ

ອົງການອະນາໄມໂລກ ຖະແຫລງເຕືອນວ່າ: ໄພຄວາມໝັ້ນຄົງຍິ່ງເຮັດໃຫ້ຄວາມພະຍາຍາມສະກັດກັ້ນໄວຣັສອີໂບລາລະບາດຫລ້າສຸດໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ເປັນໄປຢ່າງລຳບາກ ແລະ ການຂາດມາດຕະການປ້ອງກັນຈະເຮັດໃຫ້ລະບາດໄປທົ່ວພາກພື້ນ.
ຄະນະກຳມະການສຸກເສີນອົງການອະນາໄມໂລກ ເຊິ່ງຈັດກອງປະຊຸມເພື່ອຫາລືກໍລະນີໄວຣັສອີໂບລາລະບາດນັບແຕ່ເດືອນສິງຫາຜ່ານມາ ໄດ້ສະແດງຄວາມກັງວົນ ແລະ ເນັ້ນວ່າ: ຕ້ອງຫາມາດຕະການຮັບມືໃຫ້ຈິງຈັງ ແລະ ເຝົ້າລະວັງຫລາຍຂຶ້ນ ໂດຍລະບຸວ່າ: ໜຶ່ງໃນບັນຫາທ້າທາຍທີ່ສຳຄັນຂອງການລະບາດຄືເຂດພື້ນທີ່ທີ່ຍັງມີການສູ້ຮົບທ່າມກາງວິກິດມະນຸດສະທຳ. ຖະແຫລງການລະບຸວ່າ: ໄພຄຸກຄາມດ້ານຄວາມໝັ້ນຄົງເປັນອຸປະສັກສຳຄັນຕໍ່ຄວາມພະຍາຍາມຂອງເຈົ້າໜ້າທີ່ໃນການປ້ອງກັນການແຜ່ລະບາດ ເພື່ອຊ່ວຍເຫລືອປະຊາຊົນໃນພື້ນທີ່. ເຖິງຢ່າງໃດກໍຕາມ, ທາງການແຂວງກີວູໃຕ້ໄດ້ດຳເນີນມາດຕະການປ້ອງກັນແລ້ວເຊັ່ນ: ການໃຫ້ວັກແຊງຕາມໂຮງໝໍຕ່າງໆ.

