ຫ້ອງການສຶກສາເມືອງຫລາຍແຫ່ງໃນນະຄອນຫລວງສະເຫລີມສະຫລອງວັນລ້າງມືສາກົນ 2018

ໃນວັນທີ 15 ຕຸລາຜ່ານມາ ນີ້, ຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍ ຟອງ ນະຄອນຫລວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນ ລ້າງມືສາກົນ ປະຈໍາປີ 2018 ຂື້ນທີ່ໂຮງຮຽນປະຖົມສົມບູນ ທ່າເດື່ອ ເມືອງດັ່ງກ່າວພາຍ ໃຕ້ຄໍາຂວັນ: “ມືສະອາດສຸຂະ ພາບ ແຂງແຮງ” ເຊິ່ງໄດ້ເນັ້ນໃຫ້ ເຫັນເຖິງການພົວພັນລະຫວ່າງ ການລ້າງມື ແລະ ອາຫານ. ການ ລ້າງມືໃສ່ສະບູເຮັດໃຫ້ອາຫານ ປອດໄພ, ປະສະຈາກພະຍາດ ແລະ ຊ່ວຍໃຫ້ເດັກຈະເລີນເຕີບ ໂຕສົມບູນ.

+ ລາວສະເຫລີມສະຫລອງວັນລ້າງມືສາກົນ 15 ຕຸລາ2017/
+ ລະວັງອາຫານ-ໝາກໄມ້ເປັນພິດ2018/
ໃນພິທີສະເຫຼີມສະຫຼອງ ດັ່ງກ່າວໄດ້ມີຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ປະສານງານ ຢ່າງ ໃກ້ຊິດກັບຂະແໜງການ ສາທາລະນະສຸກ ແລະ ຄູ່ຮ່ວມ ພັດທະນາເປັນຕົ້ນແມ່ນ ໂຄງ ການ ສຸຂະພາບດີ ໃນໂຮງຮຽນ (Fit for School) ທີ່ຈັດຕັ້ງ ປະຕິບັດໂດຍ GIZ (Deuts che Gesellschaft für Internationale Zusammenarbeit), ອົງການຊີເມວ ອິນໂນ ເຕັກ (SEAMEO INNOTECH) ພ້ອມດຽວ ກັນນັ້ນຫ້ອງການສຶກສາ ເມືອງ ປາກງື່ມ, ຫ້ອງການສຶກ ສາ ເມືອງ ຈັນທະບູລີ ກໍໄດ້ຈັດ ພິທີສະເຫລີມສະຫລອງວັນ ດ່ັງກ່າວ ເຊັ່ນກັນ.
Fit for School ເປັນ ໂຄງການໜຶ່ງທີ່ເນັ້ນແກ້ໄຂ ບັນຫາດ້ວຍວິທີລຽບງ່າຍ, ຜັນຂະຫຍາຍໄດ້, ມີຄວາມ ຍືນຍົງ ແລະ ເຊື່ອມໂຍງເຂົ້າ ໃນລະບົບການສຶກສາ. ໂຄງ ການນີ້ສົ່ງເສີມໃຫ້ເດັກນ້ອຍ ຮູ້ຮັກສາສຸຂະພາບ ແລະ ປ່ຽນແປງພຶດຕິກໍາໂດຍຜ່ານ ກິດຈະວັດປະຈຳວັນຕ່າງໆ ດ້ວຍການລ້າງມືໃສ່ສະບູ./.

