ລາວເປັນເຈົ້າພາບຈັດກອງປະຊຸມເວທີແຫ່ງຊາດ ວ່າດ້ວຍການຄົ້ນຄ້ວາວິທະຍາສາດສາທາລະນະສຸກ ຄັ້ງທີ 12
ໃນວັນທີ 16-17 ຕຸລານີ້, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນຮ່ວມກັບສະຖາບັນຄົ້ນຄ້ວາທັງພາຍໃນປະເທດ ແລະ ສາກົນ ໄດ້ຈັດກອງປະຊຸມ ເວທີແຫ່ງຊາດ ວ່າດ້ວຍ ການຄົ້ນຄ້ວາວິທະຍາສາດສາທາລະນະສຸກ ຄັ້ງທີ 12, ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ແສງຈັນ ກຸນນະວົງ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ທ່ານ ເລໂອ ຟາເບີ ທູດອີຢູ ປະຈໍາລາວ, ທ່ານ ໂນຣີຮີໂຣ ໂກກູໂດະ ປະທານຂອງ (NCGM, Japan), ທ່ານ ປີເຕີ ໂອເດີແມັດ, ທ່ານ ຊີເກຢູກິ ກາໂນະ ຫົວໜ້າຫ້ອງວິເຄາະ ລາວ-ຍີ່ປຸ່ນເຂົ້າຮ່ວມ.
ເພື່ອສະເໜີຜົນຂອງການສຶກສາຄົ້ນຄ້ວາອັນໃໝ່ ແລະ ນະວັດຕະກຳ ຂອງວຽກງານການຄົ້ນຄ້ວາທີ່ກ່ຽວພັນກັບ ການຄົ້ນຄ້ວາວິທະຍາສາດສາທາລະນະສຸກ, ເສດຖະສາດສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ທາງດ້ານສາທາລະນະສຸກ ແລະ ການພັດທະນາ ລະບົບ ຂໍ້ມູນຂ່າວສານສາທາລະນະສຸກ; ພ້ອມນັ້ນ ຍັງຈະເປັນເວທີ ສຳລັບການແລກປ່ຽນບົດຮຽນ ແລະ ປະສົບການ ອັນດີເລີດໃນທັກສະຄວາມສາມາດດ້ານການຄົ້ນຄ້ວາ ລະຫວ່າງ ບັນດານັກຄົ້ນຄ້ວາ ພາຍໃນປະເທດ ແລະ ສາກົນ; ພ້ອມທັງເປັນການເສີມສ້າງຄວາມເຂັ້ມແຂງ ແລະ ເພີ້ມທະວີເຄືອຂ່າຍການຄົ້ນຄ້ວາ ພາຍໃນປະເທດ ແລະ ລະຫວ່າງປະເທດຕ່າງໆ.
ກອງປະຊຸມຄັ້ງນີ້ ແນໃສ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການຄົ້ນຄ້ວາວິທະຍາສາດສາທາລະນະສຸກ, ຊຶ່ງຈະປະກອບສ່ວນເຂົ້າໃນການບັນລຸຜົນການປົກຄຸມສຸຂະພາບທົ່ວປວງຊົນ (UHC), ການຄວບຄຸມພະຍາດບໍ່ຕິດຕໍ່ (NCD) ແລະ ການລຶບລ້າງ ພະຍາດຕິດຕໍ່ບາງຊະນິດ ໃຫ້ໄດ້ພາຍໃນປີ 2025. ການສົນທະນາແລກປ່ຽນບົດຮຽນໃນຂົງເຂດຕ່າງໆເຊັ່ນ: ບົດຮຽນປະສົບການ ແລະ ຂໍ້ສະເໜີແນະຂອງການປະຕິຮູບ ການບໍລິຫານຈັດການດ້ານການເງິນ ທີ່ກຳລັງດຳເນີນການໃນຂົງເຂດການປົກຄຸມສຸຂະພາບທົ່ວປວງຊົນຂອງ ສປປ ລາວ ຢູ່ຂັ້ນສະຖານບໍລິການສຸຂະພາບ; ພະຍາດມະເຮັງຕັບ ທີ່ເກີດຂຶ້ນຢູ່ໃນປະເທດຍີ່ປຸນ ແລະ ປະເທດຕ່າງໆ ໃນພາກພື້ນອາຊີ-ປາຊີຟິກ; ບູລິມະສິດຂອງຂະແໜງການຕ່າງໆ ໃນການແກ້ໄຂບັນຫາພະຍາດບໍ່ຕິດຕໍ່ ຢູ່ໃນພາກພື້ນອາຊີ-ປາຊີຟິກ ແລະ ການຕ້ານ ພະຍາດມະເຮັງທໍ່ນໍ້າບີ ຢູ່ໃນບັນດາປະເທດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້; ຜົນຂອງການຄົ້ນຄ້ວາ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການໃຫ້ຄວາມຮູ້ດ້ານສຸຂະພາບ ແລະ ການຕິດເຊື້ອພະຍາດມາລາເລຍ ແລະ ພະຍາດແມ່ກາຝາກອື່ນໆ ທີ່ຂະຫຍາຍຕົວເປັນພະຍາດລະບາດ. ການລຶບລ້າງຄວາມອຶດຫິວ-ຜົນຂອງການຄົ້ນຄ້ວາທີ່ໄດ້ປະກອບສ່ວນໃສ່ການລຶບລ້າງຄວາມອຶດຫິວ; ການບັນລຸເປົ້າໝາຍ ການຄໍ້າປະກັນສະບຽງອາຫານ ແລະ ການປັບປຸງສະພາບໂພຊະນາການດີຂຶ້ນ ແລະ ການສະໜັບສະໜູນສົ່ງເສີມວຽກງານກະສິກຳ ຢູ່ໃນ ສປປ ລາວ ແລະ ປັບປຸງນະໂຍບາຍ; ພະຍາດທີ່ປ້ອງກັນໄດ້ດ້ວຍວັກຊິນ ຊຶ່ງແມ່ນບັນຫາສຳຄັນຂອງສາທາລະນະສຸກ ທຸກປະເທດໃນທົ່ວໂລກ ແລະ ພະຍາດທີ່ເກີດຈາກ ການຖືກຍຸງກັດອີກດ້ວຍ.

