ປະດັບຫລຽນໄຊແຮງງານໃຫ້ອາດີດປະທານສະມາຄົມມິດຕະພາບຂອງລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ

ພິທີປະດັບຫລຽນໄຊແຮງງານໃຫ້ແກ່ບັນດາອາດີດປະທານ ແລະ ຮອງປະທານສະມາຄົມມິດຕະພາບຂອງລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 22 ທ່ານ, ໄດ້ຈັດຂຶ້ນໃນວັນທີ 15 ຕຸລານີ້, ທີ່ນະຄອນຫລວງວຽງຈັນ, ໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ໄດ້ໃຫ້ກຽດຫລຽນດັ່ງກ່າວຄື: ຫລຽນໄຊແຮງງານຊັ້ນ I ປະດັບໃຫ້ບັນດາອາດີດປະທານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວຈຳນວນ 15 ທ່ານ ແລະ ປະ ດັບຫລຽນໄຊແຮງງານຊັ້ນ II ໃຫ້ຮອງປະທານສະມາຄົມດັ່ງກ່າວຈຳນວນ 7 ທ່ານ ເພື່ອຈາລຶກຄຸນງາມຄວາມດີຕໍ່ການປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການເຄື່ອນໄຫວທີ່ຫ້າວຫັນຂອງບັນດາອາດີດປະທານ ແລະ ຮອງປະທານ ສະມາຄົມນີ້, ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງລາວ ກັບຕ່າງປະເທດ ກໍຄື ການປະກອບສ່ວນດ້ານສະຕິປັນຍາ, ເຫື່ອແຮງ ໃນໄລຍະຜ່ານມາ.
ໄປຄຽງຄູ ກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກ, ລັດແລ້ວ ຍັງໄດ້ປະກອບສ່ວນເຂົ້າໃນການໂຄສະນາ ແນວທາງນະໂຍບາຍຂອງພັກ, ລັດຖະບານ ຕໍ່ຕ່າງປະເທດ, ເປັນເຈົ້າການໃນການພົວພັນ ຮ່ວມມືກັບຕ່າງປະເທດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມື ກັບບັນດາອົງການມິດຕະພາບ ຂອງຕ່າງປະເທດແບບສອງຝ່າຍ ແລະ ຫລາຍຝ່າຍ, ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ເພື່ອຊຸກຍູ້ການຮ່ວມມື ເພື່ອການພັດທະນາ, ເປັນເຈົ້າການຊຸກຍູ້ຮ່ວມມື ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ-ສັງຄົມ ແລະ ອື່ນໆ ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ແລະ ເປັນເຈົ້າການຍາດແຍ່ງເອົາການສະໜັບສະໜູນ ຊ່ວຍເຫລືອຂອງຕ່າງປະເທດ ເພື່ອນຳມາສ້າງສາພັດທະນາປະເທດ ໂດຍສະເພາະ, ດ້ານການກໍ່ສ້າງພື້ນຖານໂຄງລ່າງ ດ້ານການສຶກສາ, ສາທາລະນະສຸກ, ສັງຄົມ-ວັດທະນະທຳ ແລະ ອື່ນໆຢ່າງມີປະສິດທິຜົນ.

