ປ໊ອກບາ ຍອມຮັບບໍ່ຄູ່ຄວນໄດ້ ບັລລົງດໍ

ປໍ ປ໊ອກບາ ມິດຟິລ ແມນເຊັສເຕີ ຢູໄນເຕັດ ແຫ່ງພຣີເມຍລີກ ອັງກິດ ອອກມາຍອມຮັບວ່າ ຕົນເອງບໍ່ຄູ່ຄວນກັບລາງວັນນັກເຕະດີເດັ່ນແຫ່ງປີ “ບັລລົງດໍ” ພາຍຫລັງລາວມີຊື່ເປັນ 1 ໃນ 30 ນັກເຕະທີ່ມີລຸ້ນລາງວັນ ໃນການປະກາດຜົນຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ ວັນທີ 3 ທັນວານີ້ນຳ ໂດຍລະບຸວ່າ ບັນດາເພື່ອນຮ່ວມທີມຊາດຝຣັ່ງ ເຊິ່ງມີສ່ວນສຳຄັນໃນການພາທີມຊາດຝຣັ່ງຄວ້າແຊ້ມບານໂລກ 2018 ທີ່ປະເທດຣັດເຊຍ ເໝາະສົມກັບລາງວັນກຽດຕິຍົດດັ່ງກ່າວຫລາຍກວ່າ.
ນອກຈາກ ປ໊ອກບາ ແລ້ວ, ນັກເຕະທີມຊາດຝຣັ່ງ ທີ່ມີຊື່ລຸ້ນບັລລັງດໍປີນີ້ ຍັງມີ ອອງຕວນ ກຣີຊມັນ, ເອັນໂກໂລ ກ໊ອງເຕ, ຮູໂກ ໂຍຣິສ, ຄີລຽນ ເອັມບັບເປ, ຣາຟາແອລ ວາຣານ ລວມທັງ ຄາຣິມ ເບນເຊມາ ທີ່ບໍ່ໄດ້ຕິດທີມຊາດໄປຫລິ້ນບານໂລກ. ເຖິງຢ່າງໃດກໍຕາມ, ມິດຟິລ ແມນເຊັສເຕີ ຢູໄນເຕັດ ຍອມຮັບວ່າ ບັນດາເພື່ອນຮ່ວມທີມຊາດຝຣັ່ງ ສົມຄວນໄດ້ລາງວັນຫລາຍກວ່າລາວ.

