ອິນເດຍມອບຈັກດູດນ້ຳ 35 ເຄື່ອງຊຸກຍູ້ການຜະລິດກະສິກຳຂອງລາວຫລັງປະສົບໄພນ້ຳຖ້ວມ

ພິທີມອບ-ຮັບຈັກດູດນ້ຳໄຟຟ້າຂະໜາດ 7,5 ກິໂລວັດ (KW) ຈຳນວນ 35 ເຄື່ອງ, ພ້ອມດ້ວຍອາໄຫລ່ ໄດ້ມີຂຶ້ນໃນທ້າຍອາທິດຜ່ານມານີ້, ທີ່ນະຄອນຫລວງວຽງຈັນ ລະຫວ່າງບໍລິສັດ ກິໂລສະກາບຼາເທີ ຈຳກັດ ແລະ ກົມຊົນລະປະທານ ເພື່ອສືບຕໍ່ໂຄງການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ອິນເດຍ, ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ຣາວີ ຊັນກ້າ ອິໂສລາ ເອກອັກຄະລັດຖະທູດ ສ.ອິນເດຍ ປະຈຳລາວ.
ເຄື່ອງຊ່ວຍເຫລືອດັ່ງກ່າວລວມມູນຄ່າ 150.000 ໂດລາສະຫະລັດ ເພື່ອຊຸກຍູ້ການຜະລິດກະສິກຳຂອງລາວພາຍຫລັງໄພນ້ຳຖ້ວມ, ໂດຍສະເພາະແມ່ນ ການສະໜອງນ້ຳໃຊ້ໃຫ້ແກ່ການຜະລິດລະດູແລ້ງນີ້, ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂດຍສະເພາະເຂດພຶ້ນທີ່ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມແຫ່ງຕ່າງໆຂອງລາວ.

