UN ເຜີຍກອງກຳລັງອາເມລິກາ ແລະ ອັບການິດສະຖານ ໂຈມຕີຖືເດັກ ແລະ ຜູ້ຍິງເສຍຊີວິດ

ສະຫະປະຊາຊາດ ຖະແຫລງອ້າງຕາມລາຍງານເບື້ອງຕົ້ນພົບວ່າ: ປະຕິບັດການຂອງກອງກຳລັງອາເມລິກາ ແລະ ອັບການິດສະຖານ ທີ່ລະດົມໂຈມຕີທາງອາກາດຕໍ່ກຸ່ມຕິດອາວຸດ ໄດ້ສັງຫານສະມາຊິກຄອບຄົວຊາວອັບການິດສະຖານເຖິງ 12 ຄົນ ສ່ວນຫລາຍເປັນເດັກນ້ອຍ.
ຖະແຫລງການສຳນັກປະສານງານສະຫະປະຊາຊາດໃນອັບການິດສະຖານ ລະບຸວ່າ: ຜູ້ເຄາະຮ້າຍປະກອບມີເດັກນ້ອຍຈຳນວນ 10 ຄົນ ອາຍຸ 6-15 ປີ ແລະ ຜູ້ຍິງ 2 ຄົນທີ່ເສຍຊີວິດຈາກປະຕິບັດການໂຈມຕີທາງອາກາດທຳລາຍເຮືອນຂອງພວກເຂົາ ຢູ່ແຂວງວາດັດໃກ້ນະຄອນຫລວງກາບູນ ໃນຄໍ່າວັນທີ 23 ກັນຍາ. ລາຍງານຂອງ UN ດັ່ງກ່າວ ເທົ່າກັບສະໜັບສະໜູນຄຳເວົ້າຂອງທ່ານ ອາໝັດ ຈາຟາຣີ ສະມາຊິກສະພາທ້ອງຖິ່ນ ທີ່ໃຫ້ສຳພາດ AFP ວ່າ: ສະມາຊິກ 12 ຄົນໃນຄອບຄົວດຽວກັນຖືກສັງຫານຈາກປະຕິບັດການໂຈມຕີທາງອາກາດມຸ່ງເປົ້າໝາຍກຸ່ມນັກຮົບຕາລີບັນ ແລະ ມີເຮືອນພັງອີກ 3 ຫລັງ. ນອກຈາກນີ້ ໜ່ວຍງານ UN ຍັງພິຈາລະນາທົບທວນຕາມທີ່ມີລາຍງານປະຕິບັດການໂຈມຕີທາງອາກາດໃນພື້ນທີ່ອື່ນໆທີ່ເປັນເຫດໃຫ້ພົນລະເຮືອນເສຍຊີວິດ ໂດຍໄດ້ສະແດງຄວາມກັງວົນຢ່າງຍິ່ງຕໍ່ກໍລະນີພົນລະເຮືອນເສຍຊີວິດຈຳນວນຫລາຍຂຶ້ນຈາກປະຕິບັດການໂຈມຕີທາງອາກາດໃນປີນີ້.

