ດື່ມສິ່ງມຶນເມົາແລ້ວໜ້າແດງສ່ຽງເປັນມະເຮັງແທ້ຫລືບໍ່ ?

ປົກກະຕິເມື່ອເຮົາດື່ມສິ່ງມຶນເມົາ ຕັບຈະເຮັດໜ້າທີ່ກຳຈັດອານກໍຮໍອອກຈາກຮ່າງກາຍ ໂດຍອາໄສເອັນໄຊທີ່ປ່ຽນອານກໍຮໍໄປເປັນ Acetaldehyde (ຫາກມີສານນີ້ໃນຮ່າງກາຍຫລາຍໆຈະເຮັດໃຫ້ເກີດອາການເມົາຄ້າງ) ຈາກນັ້ນ ຮ່າງກາຍກໍຈະເອົາສານນີ້ໄປເຮັດປະຕິກິລິຍາ ແລ້ວໄລ່ອອກຈາກຮ່າງກາຍອີກເທື່ອໜຶ່ງ.
ສຳລັບຄົນອາຊີ ໂດຍສະເພາະອາຊີຕາເວັນອອກຈະມີບັນຫາຢູ່ຈຸລັງ ALDH2 ທີ່ເຮັດໃຫ້ການກຳຈັດ Acetaldehyde ເຮັດວຽກໄດ້ໜ້ອຍລົງ ຜົນຄືໃຜທີ່ມີຈຸລັງນີ້ຫລາຍເມື່ອດື່ມສິ່ງມຶນເມົາເຂົ້າໄປ ບໍ່ດົນກໍໂຕແດງກໍ່າແລ້ວ. ການທີ່ Acetaldehyde ສະສົມໃນຮ່າງກາຍຢູ່ຕະຫລອດຍ້ອນຂະບວນການກຳຈັດມັນບໍ່ດີ ຈະເຮັດໃຫ້ຄົນກຸ່ມນີ້ມີຄວາມສ່ຽງທີ່ຈະເປັນມະເຮັງສູງກ່ວາຄົນອື່ນຫລາຍ ມີໂຕເລກລະບຸວ່າຈະສ່ຽງຕໍ່ການເປັນມະເຮັງຫລອດອາຫານສູງກ່ວາຄົນທົ່ວໄປ 6 – 10 ເທົ່າ ແລະ ຖ້າຄົນກຸ່ມນີ້ດື່ມເຫລົ້າສະໝໍ່າສະເໝີຈະສ່ຽງຕໍ່ການເປັນມະເຮັງຫລອດອາຫານສູງກ່ວາຄົນທົ່ວໄປ ປະມານ 90 ເທົ່າ. ດັ່ງນັ້ນໃຜທີ່ມີອາການໜ້າແດງກໍ່າເມື່ອດື່ມສິ່ງມຶນເມົາໃຫ້ລອງໄປກວດຮ່າງກາຍ ຫລື ດື່ມໃຫ້ໜ້ອຍລົງ ຈະດີຕໍ່ສຸຂະພາບຫລາຍກ່ວາ.

