ໂຄງການພະລັງງານນ້ຳໄຊຍະບູລີກຽມການຜະລິດໄຟຟ້າໃນທ້າຍເດືອນຕຸລານີ້

ໃນອາທິດທີ່ຜ່ານມາ, ທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໄດ້ລົງກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ຈັດສັນ ແລະ ຍົກຍ້າຍປະຊາຊົນອອກໄປຢູ່ເຂດປອດໄພຂອງໂຄງການໄຟຟ້ານໍ້າຂອງໄຊຍະບູລີ, ໂດຍໄດ້ຮັບຟັງລາຍງານຈາກຮອງຜູ້ຈັດການບໍລິສັດ ຊໍ ການຊ່າງວ່າ: ການສ້າງເຂື່ອນພະລັງງານນໍ້າຂອງແຫ່ງນີ້ ມາຮອດປັດຈຸບັນ ແມ່ນສໍາເລັດແລ້ວ 96% ພາຍຫລັງດໍາເນີນມາແຕ່ປີ 2012, ຄາດວ່າຈະໄດ້ເລີ່ມທົດລອງຜະລິດກະແສໄຟຟ້າໜ່ວຍທໍາອິດໃນທ້າຍເດືອນຕຸລາ 2018 ນີ້ ແລະ ຈະເປີດການຜະລິດຢ່າງເປັນທາງການໃນທ້າຍປີ 2019.
ໂຄງການໄຟຟ້າພະລັງງານນໍ້າໄຊຍະບູລີເປັນເຂື່ອນນໍ້າໄຫລ, ມີຄວາມສູງ 28,5 ແມັດ, ກວ້າງ 820 ແມັດ, ມີປະຕູນໍ້າ 7 ປ່ອງ ແລະ ປະຕູລະບາຍຕົມ 4 ປ່ອງ, ມີຊ່ອງທາງເຮືອຂຶ້ນ-ລົງກວ້າງ 12 ແມັດ, ຍາວ 700 ແມັດ, ສາມາດຮັບຮອງເຮືອຂົນສົ່ງສິນຄ້າ 500 ໂຕນ ແລະ ມີຊ່ອງທາງຂຶ້ນ-ລົງຂອງປາ, ເຂື່ອນດັ່ງກ່າວມີກໍາລັງຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ, ມີລະບົບ ສາຍສົ່ງ 500 ກິໂລໂວນ ຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເຄື່ອງກໍາເນີດໄຟຟ້າ 60 ເມກາວັດ ຈໍານວນ 1 ຊຸດ ແມ່ນຈະສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ພາຍໃນ ລວມມູນຄ່າການກໍ່ສ້າງທັງໝົດ 4 ຕືື້ໂດລາສະຫາລັດ.

