ຕໍາຫລວດມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່ຢູ່ເມືອງປາກງື່ມພົບຢາໄອ 199 ກິໂລ

ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກຳລັງເຈົ້າໜ້າທີ່ຂອງຕົນໄດ້ລົງມ້າງເຄືອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ຢູ່ບ້ານນາກຸງ, ເມືອງປາກງື່ມນະຄອນຫລວງວຽງຈັນ ແລະ ສາມາດກັກຕົວຜູ້ຕ້ອງຫາຄື: ທ້າວ ຕິ ອາຍຸ 40 ປີ, ນາງ ເມດຕາ ອາຍຸ 41 ປີ ທັງສອງເປັນຜົວເມຍກັນ) ແລະ ທ້າວ ລັດດາ ອາຍຸ 25 ປີ, ທ້າວ ບຸນຕ້ອມ ອາຍຸ 30 ປີຢູ່ບ້ານນາກຸງ, ພ້ອມກວດຄົ້ນພາຍໃນເຮືອນພົບຢາເສບຕິດປະເພດຢາໄອ 199 ກິໂລທີ່ຊຸກເຊື່ອງໄວ້ໃນເຮືອນ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວ, ແມ່ນໄດ້ຊື້ນໍາຂະບວນການດຽວກັນຢູ່ຕ່າງປະເທດ ເພື່ອຈະໄປຂາຍໃຫ້ຜູ້ສັ່ງຊື້ຢູ່ປະເທດທີສາມ.
ປັດຈຸບັນ, ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ພວມຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

