ກະຊວງສຶກສາຕັດສິນຕຳແໜ່ງວິຊາການຄູຊັ້ນອະນຸບານ ແລະ ປະຖົມສຶກສາໃນ 4 ແຂວງ

ໃນວັນທີ 6 ກັນຍານີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຕັດ ສິນຕໍາແໜ່ງວິຊາການຄູ ຊັ້ນອະນຸບານ ແລະ ປະຖົມ ສຶກສາ, ຢູ່ 4 ແຂວງ ຄື: ສະ ຫວັນນະເຂດ, ບໍ່ແກ້ວ, ໄຊ ຍະບູລີ ແລະ ຊຽງຂວາງ ໂດຍໄດ້ປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບ ຂອງຄະນະຄົ້ນຄວ້າໂດຍ ແບ່ງອອກເປັນ 3 ກຸ່ມ, ອີງ ຕາມໜ້າວຽກທີ່ຈະຕ້ອງໄດ້ ກວດ ແລະ ໃຫ້ຄະແນນ; ແຕ່ ລະກຸ່ມລາຍງານຜົນການ ຄົ້ນຄວ້າ ແລະ ໃຫ້ຄະແນນ ຕໍ່ຄະນະຮັບຜິດຊອບກອງ ປະຊຸມເພື່ອຂໍຄວາມເຫັນ ແລະ ເປັນເອກະພາບກັນ; ໂດຍສະເພາະແມ່ນດ້ານ ດີ ແລະ ຂໍ້ຄົງຄ້າງໃນການ ສ້າງແຜນການສອນ, ການ ແຕ່ງບົດສອນ, ການຜະລິດ ອຸປະກອນປະກອບການ ສອນ ແລະ ແຟມສະສົມຜົນ ງານຂອງຄູທີ່ສະເໜີຂໍຕໍາ ແໜ່ງວິຊາການຄູໃຫ້ຄະ ນະພະແນກສຶກສາທິການ ແລະ ກິລາແຂວງ ແຕ່ລະ ແຂວງຮັບຊາບພ້ອມທັງ ມອບບົດລາຍງານທີ່ເປັນ ລາຍລັກອັກສອນເພື່ອເປັນ ຫຼັກຖານ.

ກະຊວງສຶກສາ ແລະ ລັດຖະບານລຸກຊຳບວກຫາລືດ້ານການທ່ອງທ່ຽວ ແລະ ໂຮງແຮມຢູ່ລາວ

ກະຊວງສຶກສາ ແລະ ບໍລິສັດ ບິດ ມິເດຍ ສືບຕໍ່ໂຄງການປັບປຸງລະບົບການຮຽນການສອນແບບອີເລັກໂຕຣນິກ

ໃນກອງປະຊຸມ, ໄດ້ມີ ການສະເໜີລາຍຊື່ຄູທີ່ສະ ເໜີຂໍຕໍາແໜ່ງວິຊາການຄູ ໃນ 4 ແຂວງ ລວມມີ 20 ຄົນ ແລະ ສາມາດຕັດສິນຕໍາ ແໜ່ງວິຊາການຄູ (ຄູປະ ສົບການ) ຊັ້ນອະນຸບານ ແລະ ປະຖົມສຶກສາໄດ້ຈໍາ ນວນ 12 ຄົນ. ໃນນັ້ນ, ສະ ຫວັນນະເຂດ 6 ຄົນ, ໄຊ ຍະບູລີ 1 ຄົນ, ບໍ່ແກ້ວ 3 ຄົນ ແລະ ຊຽງຂວາງ 2 ຄົນ.