ສາທາລະນະສຸກລົງພົ່ນຢາປ້ອງກັນພະຍາດຢູ່ສູນພັກບ້ານຫາດຍາວ ເມືອງສະໜາມໄຊ
ໃນວັນທີ 4 ກັນຍານີ້, ສາທາລະນະສຸກ ແຂວງອັດຕະປື ຮ່ວມກັບອົງການອະນາໄມໂລກ ລົງພົ່ນຢາປ້ອງກັນພະຍາດ ຢູ່ສູນພັກຊົ່ວຄາວຂອງຜູ້ປະສົບໄພນໍ້າຖ້ວມ ຈຸດບ້ານຫາດຍາວ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອສະກັດກັ້ນການລະບາດຂອງພະຍາດຕ່າງໆ ແລະ ກະກຽມຍົກຍ້າຍປະຊາຊົນຢູ່ບ້ານໃໝ່ ຈໍານວນ 140 ຄອບຄົວ ໄປຢູ່ທີ່ພັກໃໝ່ ພາຍຫລັງໄດ້ສ້າງສຳເລັດ.
ທ່ານ ໄຊທິເດດ ວົງພູທອນ ຫົວໜ້າຂະແໜງຄວມຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງອັດຕະປື ໃຫ້ຮູ້ວ່າ: ການລົງມາພົ່ນຢາດັ່ງກ່າວ ກໍເພື່ອປ້ອງກັນການລະບາດຂອງພະຍາດແຕ່ຫົວທີ ເປັນຕົ້ນແມ່ນພະຍາດໄຂ້ປ່າ, ໄຂ້ຍຸງລາຍ, ຖອກທ້ອງ, ໄຂ້ຫວັດ ແລະ ອື່ນໆ ແລະ ຈະຊ່ວຍໃນການປ້ອງກັນການແຜ່ລະບາດຂອງພະຍາດໄດ້ 3-4 ເດືອນ, ໃນນັ້ນ ໄດ້ມີການລະດົມອາສາສະໝັກຈາກໜ່ວຍງານຕ່າງໆ ແລະ ຊາວໜຸ່ມ ຢູ່ເມືອງສະໜາມໄຊມາຊ່ວຍໃນການພົ່ນຢາໃນຄັ້ງນີ້. ພ້ອມນັ້ນ ຍັງໄດ້ເນັ້ນເຮັດວຽກງານອະນາໄມໃນເຂດດັ່ງກ່າວໃຫ້ມີຄວາມສະອາດ ປາສະຈາກພະຍາດທີ່ຈະເກີດຂຶ້ນໃນອະນາຄົດ.
ທ່ານ ໄຊທິເດດ ວົງພູທອນ ໃຫ້ຮູ້ຕື່ມວ່າ: ຜ່ານມາການລົງຕິດຕາມຕົວຈິງຢູ່ເມືອງສະໜາມໄຊຍັງພົບເຫັນມີການລະບາດພະຍາດຖອກທ້ອງ, ໄຂ້ຫວັດ ແລະ ອື່ນໆ ແຕ່ກໍສາມາດຄວມຄຸມໄດ້.

