ເງິນເຟີ້ຢູ່ຕວກກີເພີ່ມສູງສຸດ ໃນຮອບ 15 ປີເດືອນສິງຫາ

ສຳນັກງານສະຖິຕິແຫ່ງຊາດຕວກກີລາຍງານໃນວັນທີ 3 ກັນຍາວ່າ: ອັດຕາເງິນເຟີ້ໃນຕວກກີເພີ່ມຂຶ້ນອີກໃນເດືອນສິງຫາເກືອບເຖິງ 18% ຖືເປັນສະຖິຕິສູງສຸດເປັນປະຫວັດສາດນັບແຕ່ທ້າຍປີ 2013 ແລະ ຫລັງຈາກທີ່ເງິນລີຣາຂອງຕວກກີອ່ອນຄ່າລົງເມື່ອທຽບໃສ່ໂດລາສະຫະລັດໃນເດືອນສິງຫາຜ່ານມາ.
ສຳນັກງານສະຖິຕິຕວກກີ ລາຍງານວ່າ: ດັດຊະນີຜູ້ບໍລິໂພກປັບຂຶ້ນ 17,9% ໃນເດືອນສິງຫາຈາກເດືອນດຽວກັນໃນປີຜ່ານມາ, ເພີ່ມຂຶ້ນ 15,85% ຈາກເດືອນກໍລະກົດ ຍິ່ງເພີ່ມແຮງກົດດັນໃຫ້ທະນາຄານກາງຕວກກີຕ້ອງປັບຂຶ້ນອັດຕາດອກເບ້ຍ, ຄ່າເງິນລີຣາຢູ່ທີ່ 6,5 ຕໍ່ໂດລາສະຫະລັດ ຖືວ່າອ່ອນຄ່າລົງມາເກືອບ 2% ພາຍໃນວັນດຽວຫລັງຈາກມີລາຍງານຂໍ້ມູນດັ່ງກ່າວ. ສຳລັບເງິນເຟີ້ທີ່ເພີ່ມຂຶ້ນສູງສຸດໃນຮອບປີຂອງເດືອນສິງຫາເປັນລາຄາໃນຂະແໜງຂົນສົ່ງທີ່ເພີ່ມຂຶ້ນເຖິງ 27,13%. ຂະນະທີ່ລາຄາອາຫານ ແລະ ເຄື່ອງດື່ມທີ່ບໍ່ມີສ່ວນປະສົມແອລກໍຮໍເພີ່ມຂຶ້ນ 19,75%. ຕວກກີ ແລະ ອາເມລິກາ ມີຄວາມຂັດແຍ່ງກັນມາແຕ່ເດືອນສິງຫາຜ່ານມາ ຈາກກໍລະນີຕວກກີຈັບກຸມບາດຫລວງຊາວອາເມລິກາໃນຂໍ້ຫາພົວພັນກໍ່ການຮ້າຍ ແລະ ຖືກຄວບຄຸມຕົວເກືອບ 2 ປີ. ລັດຖະບານອາເມລິກາມີມາດຕະການຕອບໂຕ້ ໂດຍການຂວ້ຳບາດລັດຖະມົນຕີຕວກກີ 2 ທ່ານໃນເດືອນຜ່ານມາ ລວມທັງເກັບພາສີເຫລັກ ແລະ ອາລູມີນຽມຈາກຕວກກີ ສົ່ງຜົນກະທົບຕໍ່ຄ່າເງິນຕວກກີ.

