ທ່ານ ທຣຳ ຍອມຫລຸດຜ່ອນໂກຕານຳເຂົ້າ ເຫລັກ ແລະ ອາລູມີນຽມບາງປະເທດ

ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ຖະ​ແຫລ​ງວ່າ: ປະທານາທິບໍດີ ​ໂດ​ນັລ ທຣຳ ​ໄດ້​ລົງ​ນາມ​ໃນ​ປະກາດ​ອະນຸຍາດ​ຫລຸດຜ່ອນ​ໂກ​ຕາ​ນຳ​ເຂົ້າສິນຄ້າ​ເຫລັກ ​ແລະ ອາ​ລູມີ​ນຽມ​ຈາກ​ບາງ​ປະ​ເທດ​ແລ້ວ.

ຖະ​ແຫລ​ງການ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາລະ​ບຸ​ວ່າ: ປະທານາທິບໍດີ ທຣຳ ​ເຊິ່ງປະກາດ​​ເກ​ັບລາຄາ​ສິນຄ້າ​ນຳ​ເຂົ້າປະ​ເພດ​ເຫລັກ ​ແລະ ອາ​ລູມີ​ນຽມ ​ໃນ​ເດືອນ​ມີນາ ​ໄດ້​ລົງ​ນາມ​ໃນ​ປະກາດ​ຫລຸດຜ່ອນ​ໂກ​ຕາ​ນຳ​ເຂົ້າສິນຄ້າ​ເຫລັກ​ຈາກ ສ.​ເກົາຫລີ, ​ເບຣຊິນ ​ແລະ ອາກຊັງ​ຕິນ ລວມທັງ​ໂກ​ຕາ​ນຳ​ເຂົ້າສິນຄ້າ​ອາ​ລູມີ​ນຽມ​ຈາກ​ອາກຊັງ​ຕິນ. ຖະ​ແຫລ​ງການ​ລະບຸ​ວ່າ: ບໍລິສັດ​ຕ່າງໆ​ສາມາດ​ຂໍ​ຍົກ​ເວັ້ນສິນຄ້າ​ໄດ້​ຕາມ​ປະລິມານ ​ແລະ ຄຸນ​ນະພາ​ບທີ່​ສາມາດ​ຕົກລົງ​ກັນ​ໄດ້​ຈາກ​ຜູ້​ປະກອບ​ການ​ເຫລັກ ​ແລະ ອາ​ລູມີ​ນຽມ​ອາ​ເມ​ລິ​ກາ.