ຜົນສຳຫລວດຫລັງໂຕ້ວາທີຊີ້ຊາວຝຣັ່ງເຊື່ອ ມາກຣົງ ຫລາຍກວ່າ ເລີ ເປນ

ບອນ 4 ພຶດສະພາ: ຜົນສຳຫລວດຫລັງສຳເລັດການໂຕ້ວາທີເທື່ອສຸດທ້າຍລະຫວ່າງຄູ່ຊີງຕຳແໜ່ງປະທານາທິບໍດີຝຣັ່ງຮອບສອງພົບວ່າ: ຊາວຝຣັ່ງເຊື່ອທ່ານ ເອັມມານູເອລ ມາກຣົງ ຜູ້ສະໝັກສາຍກາງຫລາຍກວ່າທ່ານນາງ ມາຣີນ ເລີ ເປນ ຜູ້ສະໝັກສາຍຂວາຈັດ.
ເວັບໄຊສະຖານີວິທະຍຸ-ໂທລະພາບດອຍເຊີ ເວລເລີ ຂອງເຢຍລະມັນ ລາຍງານວ່າ: ຜົນສຳຫລວດຢູ່ສຳນັກສຳຫລວດແຫ່ງໜຶ່ງຈັດໃຫ້ສະຖານີໂທລະພາບຢູ່ຝຣັ່ງໃນວັນທີ 3 ພຶດສະພາຕາມເວລາທ້ອງຖິ່ນ, ພາຍຫລັງສຳເລັດການໂຕ້ວາທີທີ່ມີການຖ່າຍທອດສົດທາງໂທລະພາບໃນມື້ດຽວກັນພົບວ່າ: ຜູ້ຕອບ 63% ເຫັນວ່າທ່ານ ມາກຣົງ ອາຍຸ 39 ປີມີຄວາມໜ້າເຊື່ອຖື ທຽບໃສ່ຜູ້ຕອບ 34% ທີ່ເຫັນວ່າທ່ານນາງ ເລີ ເປນ ອາຍຸ 48 ປີ ມີຄວາມໜ້າເຊື່ອຖື. ການໂຕ້ວາທີໃນວັນທີ 3 ພຶດສະພາ ເຕັມແຕ່ຄຳເວົ້າໂຈມຕີກັນເປັນການສ່ວນຕົວ ຫວັງເອີ້ນຄະແນນຮອບສຸດທ້າຍກ່ອນຈະຕ້ອງຢຸດຫາສຽງໃນວັນທີ 6 ພຶດສະພາ ໜຶ່ງມື້ກ່ອນເລືອກຕັ້ງຮອບສອງໃນວັນທີ 7 ພຶດສະພານີ້.
ທ່ານ ມາກຣົງ ມີຄະແນນນິຍົມຫລາຍກວ່າທ່ານນາງ ເລີ ເປນ ປະມານ 20%, ແຕ່ນັກວິເຄາະບາງຄົນເບິ່ງວ່າ: ທ່ານອາດບໍ່ໄດ້ສຽງຜູ້ມີສິດເລືອກຕັ້ງທີ່ສະໜັບສະໜູນຜູ້ສະໝັກທີ່ເສຍໄຊໃນການເລືອກຕັ້ງຮອບທຳອິດໃນວັນທີ 23 ເມສາ, ຂະນະທີ່ທ່ານນາງ ເລີ ເປ ພະຍາຍາມຫລຸດພາບພົດໃຫ້ເບິ່ງອ່ອນລົງ ຫວັງໄດ້ສຽງຈາກຜູ້ມີສິດເລືອກຕັ້ງທີ່ຍັງບໍ່ຕັດສິນໃຈ.

