ຈຳນວນຜູ້ເສຍຊີວິດ 1.200 ກວ່າຄົນ ຊ່ວງລະດູຝົນໃນອາຊີໃຕ້

ສຳນັກ​ຂ່າວ AFP ລາຍ​ງານ​ຈາກ​ຂໍ້​ມູນ​ທີ່​ຮວບ​ຮວມມາ​ພົບ​ວ່າ: ມີ​ຜູ້​ເສຍ​ຊີວິດ 1.200 ກວ່າ​ຄົນ ຊ່ວງ​ລະດູຝົນ​ມໍ​ລະ​ສຸມ​ໃນ​ອາຊີ​ໃຕ້​ປີ​ນີ້. ຂະນະ​ທີ່​​ຕົວ​ເລກ​ເພີ່ມ​ຂຶ້ນ​ໃນ​ອິນ​ເດຍຈາກ​ອຸ​ທົກ​ກະ​ໄພ​ເປັນ​ບໍລິ​ເວນ​ກວ້າງ​ໃນ​ລັດ​ເກຣລະ​ທາງ​ພາກ​ໃຕ້.

ລະດູຝົນ​ໃນ​ອາຊີ​ໃຕ້ ລະຫວ່າງ​ເດືອນ​ມິຖຸນາ-ກັນຍາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ຄວາມ​ເສຍ​ຫາຍ​ຮຸນ​ແຮງ​ທົ່ວ​ພາກພື້ນທຸກ​ປີ ​ໂດຍ​ສະ​ເພາະ​ຢູ່​ລັດ​ເກຣລະ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ພາກ​ໃຕ້​ຂອງ​ອິນ​ເດຍປະສົບ​ໄພ​ນ້ຳຖ້ວມ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ​ເກືອບ 100 ປີ ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ​ແລ້ວ 445 ຄົນ ​ແລະ ພົບ​ສົບ​ເພີ່ມ​ອີກ​ໃນ​ແຕ່​ລະ​ວັນ​ຂະນະ​ກຳລັງ​ດຳ​ເນີນ​ພາລະກິດ​ທຳ​ຄວາມ​ສະອາດ​ຄັ້ງ​ໃຫຍ່​ໃນ​ພື້ນທີ່. ອຸ​ທົກ​ກະ​ໄພ​ເຮັດ​ໃຫ້​ປະຊາຊົນ 1 ລ້ານ​ກວ່າ​ຄົນ ຕ້ອງ​ໄປ​ອາ​ໄສ​ຢູ່​ສູນ​ພັກ​ຊົ່ວຄາວ ​ແລະ ມີ​ລາຍ​ງານ​ຜູ້​ສູນຫາຍ​ອີກ 15 ຄົນ. ​ໃນ​ວັນ​ທີ 27 ສິງຫາ, ຂໍ້​ມູນ​ທາງ​ການ​ອິນ​ເດຍລະບຸ​ວ່າ: ລັດ​ເກຣລະ​ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ​ເກີນ​ເຄິ່ງຂອງ​ຈຳນວນ​ທັງ​ໝົດ 1.000 ກວ່າ​ຄົນ​ທົ່ວ​ອິນ​ເດຍ ​ໂດຍ​ຢູ່​ລັດ​ກໍ​ນາ​ກະ​ເສຍ​ຊີວິດ 160 ຄົນ, ລັດ​ອຸ​ຕໍ​ປະ​ເທດ 200 ຄົນ ​ແລະ ລັດ​ເບ​ງກໍ​ຕາ​ເວັນ​ຕົກ 195 ຄົນ. ຝົນ​ມໍ​ລະ​ສຸມ​ຍັງ​ພັດ​ຖະຫລົ່ມ​ເນ​ປານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 87 ຄົນ ນັບ​ແຕ່​ເດືອນ​ມິຖຸນາ​ຜ່ານ​ມາ, ສ່ວນ​ຢູ່​ສີ​ລັງກາ​ມີ​ລາຍ​ງານ​ວ່າ​ເຈົ້າໜ້າ​ທີ່​ສັ່ງ​ອົບ​ພະຍົບປະຊາຊົນ 750.000 ຄົນ​​ໃນ​ພື້ນທີ່​ສ່ຽງ​ໃນ​ປີ​ນີ້ ​ໂດຍ​ຈຳນວນ​ເສຍ​ຊີວິດ​ຈາກ​ຝົນຕົກ​ນ້ຳຖ້ວມ​ຫລຸດ​ລົງ​ເຫລື​ອ 24 ຄົນ ຈາກ 224 ຄົນ ລະຫວ່າງ​ເດືອນ​ພຶດສະພາ-ມິຖຸນາ​ປີຜ່ານມາ. ຂໍ້​ມູນ​ທາງ​ການ​ລະບຸ​ວ່າ: ບັງ​ກະລາ​ເທດ​ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ​ຈາກ​ອຸ​ທົກ​ກະ​ໄພ ​ແລະ ດິນ​ເຈື່ອນ​ຢ່າງ​ໜ້ອຍ 29 ຄົນ.