ຫ້ອງວ່າການປະທານປະເທດ ເຜີຍແຜ່ຄຳສັ່ງປ້ອງກັນ ແລະ ຮັບມື ໄພພິບັດທຳມະຊາດ

ເມື່ອທ້າຍອາທິດຜ່ານມາ, ຫ້ອງວ່າການປະທານປະເທດ ໄດ້ຈັດເຜີຍແຜ່ຄຳສັ່ງເລກທີ 6/ຄລສພ ວ່າດ້ວຍເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກໃນການນຳພາ-ຊີ້ນຳການປ້ອງກັນ ແລະ ຮັບມື ກັບໄພພິບັດທຳມະຊາດ ໂດຍການເຜິີຍແຜ່ຂອງທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ມີບັນດາຄະນະພັກ, ຄະນະນຳ, ພ້ອມດ້ວຍພະນັກງານ-ລັດຖະກອນຫ້ອງວ່າການປະທານປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ເພັດສະໝອນ ພັນທະວົງ ໃຫ້ຮູ້ວ່າ: ຄະນະເລຂາທິການສູນກາງພັກ ໄດ້ອອກຄຳສັ່ງ ໃຫ້ຄະນະພັກແຕ່ລະຂັ້ນຖືສຳຄັນການສຶກສາອົບຮົມ, ອະທິບາຍໃຫ້ແກ່ຖັນແຖວພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນມີຄວາມເຂົ້າໃຈຖືກຕ້ອງກ່ຽວກັບຄວາມສ່ຽງການເກີດໄພທຳມະຊາດຢູ່ໃນພື້ນທີ່ດຳລົງຊີວິດ, ທຳມາຫາກິນ ເພື່ອໃຫ້ມີສະຕິລະວັງຕົວ ແລະ ເປັນເຈົ້າການຮັບມືກັບໄພພິບັດທີ່ອາດເກີດຂຶ້ນ, ພ້ອມທັງປັບປຸງການຈັດຕັ້ງຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຢູ່ແຕ່ລະຂັ້ນ. ໃນກໍລະນີເກີດໄພພິບັດ ຄະນະພັກ, ອຳນາດການປົກຄອງບ່ອນທີ່ເກີດເຫດນັ້ນ ຕ້ອງເປັນເຈົ້າການນຳພາ-ຊີ້ນຳ ເພື່ອຈັດຕັ້ງຜັນຂະຫຍາຍແຜນກູ້ໄພ ໂດຍຜ່ານກົນໄກການຈັດຕັ້ງຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຢູ່ທ້ອງຖິ່ນຕົນ ຮັບປະກັນໃຫ້ເຂົ້າເຖິງ ແລະ ຊ່ວຍເຫລືອຜູ້ປະສົບໄພໂດຍໄວ, ເປັນເຈົ້າການນຳພາກະກຽມແຜນການ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດແຜນຟື້ນຟູພາຍຫລັງເກີດໄພພິບັດ ລວມທັງດ້ານທີ່ຢູ່ອາໄສ, ອາຫານການກິນ, ການປ້ອງກັນ-ປິ່ນປົວສຸຂະພາບ, ການຟື້ນຟູດ້ານຈິດໃຈ ແລະ ການທຳມາຫາກິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ.

