ຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນມີທ່າອ່ຽງເພີ່ມຂຶ້ນ

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ ພົບເຫັນຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນເປັນຈຳນວນຫລາຍ ແລະ ມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນຂັບຂີ່ລົດໄວ, ແກ້ງຂີ່ລົດກວນເມືອງ ແລະ ດື່ມສິ່ງມືນເມົາ ຊຶ່ງພາໃຫ້ເກີດອຸປະຕິເຫດ ຍ້ອນຜູ້ໃຊ້ລົດໃຊ້ຖະໜົນຍັງຂາດການອົບຮົມເລື່ອງການຂັບຂີ່ປອດໄພ ແລະ ບໍ່ໄດ້ຜ່ານໂຮງຮຽນວິຊາຊີບການຂັບຂີ່ຖືກຕ້ອງ ຈຶ່ງເຮັດໃຫ້ບໍ່ປະຕິບັດກົດລະບຽບ ແລະ ປັດຈຸບັນ ສະພາບການສັນຈອນບົນທ້ອງຖະໜົນມີຄວາມແອອັດ ແລະ ບວກກັບຜູ້ຂັບຂີ່ຈຳນວນໜຶ່ງບໍ່ປະຕິບັດກົດລະບຽບຈະລາຈອນຄື: ຈອດລົດຊະຊາຍ, ລ່ວງໄຟອຳນາດ, ຂີ່ລົດບໍ່ໃສ່ໝວກກັນກະທົບ ແລະ ອື່ນໆ ຊຶ່ງເຮັດໃຫ້ເກີດອຸປະຕິເຫດ. ສະນັ້ນ ເພື່ອແກ້ໄຂສະພາບດັ່ງກ່າວ, ເຈົ້າໜ້ທີ່ຈຶ່ງໄດ້ຈັດກຳລັງລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງຜູ້ຂັບຂີ່ ໂດຍເນັ້ນໃສ່ກວດກາຜູ້ຂັບຂີ່ຢຸດທັບເສັ້ນມ້າລາຍ, ລົດບໍ່ມີປ້າຍ ແລະ ຜູ້ຂັບຂີ່ບໍ່ໃສ່ໝວກກັນກະທົບ ໃນວັນທີ 22 ສິງຫາ 2018 ທີ່ໄຟອໍານາດໜອງໜ່ຽງ ຖະໜົນໄກສອນພົມວິຫານ ແລະ ສາມາດກວດພົບເຫັນຜູ້ຂັບຂີ່ລະເມີດລະບຽບທີ່ກ່າວມານັ້ນຈຳນວນຫລາຍ.
ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ການປະຕິບັດໜ້າທີ່ຄັ້ງນີ້ແມ່ນອີງຕາມແຜນດໍາເນີນງານຄວາມປອດໄພທາງຖະໜົນຂອງນາຍົກລັດຖະມົນຕີ, ທິດຊີ້ນໍາ ແລະ ຄໍາສັ່ງວ່າດ້ວຍສະກັດກັ້ນ ແລະ ແກ້ໄຂລົດດັດແປງສະພາບເຕັກນິກ, ລົດບໍ່ມີປ້າຍ, ຂອງລັດຖະມົນຕີກະຊວງ ປກສ, ພະແນກຕໍາຫຼວດຈະລາຈອນ ໄດ້ລົງກວດກາຢູ່ຈຸດຕາມໄຟອໍານາດຢູ່ 4 ຈຸດຂອງນະຄອນຫຼວງວຽງຈັນຄື: ໄຟອໍານາດກໍາມະບານ, ຮ່ອງແຊງ, ໂພນສະອາດ, ໜອງໜ່ຽງ ແລະ ດົງໂດກ; ທັງນີ້, ເພື່ອແນໃສ່ການຈັດສັນຕາມທ້ອງຖະໜົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍສະດວກ ແລະ ປອດໄພ ເພື່ອເຮັດໃຫ້ນັກຂັບຂີ່ເຫັນໄດ້ຄວາມໝາຍຄວາມສໍາຄັນໃນການສັນຈອນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ, ເຮັດໃຫ້ຜູ້ຂັບຂີ່ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບທີ່ວາງອອກໄດ້ຢ່າງເຂັ້ມງວດ.

