ຣາຄິຕິຊ ບໍ່ຄິດໜີຈາກ ບາເຊໂລນາ

ອິວານ ຣາຄິຕິຊ ກອງກາງຄົນເກັ່ງ ບາເຊໂລນາ ຢືນຢັນບໍ່ຄິດໜີຈາກຕົ້ນສັງກັດ ເຖິງວ່າມີຂ່າວ ປາຣີສ ແຊງແຊກແມງ ຢາກໄດ້ກໍຕາມ ແລະ ລາວຍັງມີຄວາມສຸກກັບ ບາເຊໂລນາ ໃນຕອນນີ້.
ດາວເຕະທີມຊາດໂຄຣເອເຊຍ ຕົກເປັນຂ່າວຢ່າງໜັກກັບ ເປແອສເຊ ແຕ່ຢືນຢັນວ່າ: ລາວບໍ່ຄິດຈະໄປຈາກ ບາຊາ ໂດຍ ຣາຄິຕິຊ ຍອມຮັບວ່າ: ລາວບໍ່ໄດ້ຫາລືເລື່ອງນີ້ກັບພັນລະຍາ ແລະ ຄອບຄົວ ກ່ອນຈະຕັດສິນໃຈແນ່ນອນວ່າຕ້ອງການທີ່ຈະຢູ່ກັບ ບາເຊໂລນາ ຕໍ່ໄປ. ຂະນະທີ່ໃນລະດູການນີ້ ນັກເຕະໄວ 30 ປີລົງເປັນຕົວຈິງໃຫ້ຕົ້ນສັງກັດ 2 ນັດໃນລີກ ແລະ ເຊື່ອວ່າລາວຈະເປັນກຳລັງສຳຄັນຕໍ່ໄປ.
ກ່ອນໜ້ານີ້ ເອຣເນສໂຕ້ ບັລເບເດ້ ເທຣນເນີ ບາຊາ ຫາກໍຢືນຢັນວ່າ: ຣາຄິຕິຊ ບໍ່ຄວນໄດ້ຮັບອະນຸຍາດໃຫ້ຍ້າຍທີມ ເນື່ອງຈາກເປັນນັກເຕະຄົນສຳຄັນຂອງສະໂມສອນ.

