6 ເດືອນຕົ້ນປີແຂວງຄຳມ່ວນດຶງດູດການລົງທຶນຈາກເອກະຊົນໄດ້ 30 ບໍລິສັດ

ຂປລ. ຕາມການລາຍ ງານຈາກ ທ່ານ ດາວໄຫລ ແກ້ວດວງດີ ຫົວໜ້າພະແນກ ແຜນການ ແລະ ການລົງ ທຶນ ແຂວງຄໍາມ່ວນ ໄດ້ໃຫ້ ຮູ້ໃນກອງປະຊຸມອົງການ ປົກຄອງແຂວງວ່າ: ໄລຍະ 6 ເດືອນຕົ້ນປີ 2018 ແຂວງ ຄໍາມ່ວນ ສາມາດດຶງດູດ ການລົງທຶນຈາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໄດ້ຈໍານວນ 30 ບໍລິສັດ ໂດຍ ມີທຶນທັງໝົດ 24 ລ້ານ ກວ່າໂດລາສະຫະລັດ, ໃນ ນັ້ນ ມີການລົງທຶນໃນກິດ ຈະການສໍາປະທານ 12 ບໍລິສັດ, ມີທຶນຈົດທະບຽນ 15,3 ລ້ານກວ່າໂດລາສະ ຫະລັດ ແລະ ການລົງທຶນ ໃນກິດຈະການທົ່ວໄປ ທີ່ພະ ແນກອຸດສາຫະກໍາ ແລະ ການຄ້າແຂວງອະນຸມັດມີ ທັງໝົດ 18 ບໍລິສັດ, ມີທຶນ ຈົດທະບຽນ 8,7 ລ້ານກວ່າ ໂດລາສະຫະລັດ.
+ ປີນີ້ເມືອງດາກຈຶງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 9.000 ຄົນ
+ ໄຊຍະບູລີສ້າງສິງອຳນວຍຄວາມສະດວກດຶງດູດຜູ້ມາທ່ຽວໄລຍະບຸນຊ້າງ2018
ທ່ານ ດາວໄຫລ ແກ້ວ ດວງດີ ຍັງໃຫ້ຮູ້ອີກວ່າ: ໃນ ຂະນະດຽວກັນພະແນກ ແຜນການ ແລະ ການລົງ ທຶນແຂວງ ຍັງໄດ້ຮັບການ ສະເໜີຂໍສ້າງແຜນນໍາ ເຂົ້າວັດຖຸດິບ, ອຸປະກອນ, ເຄື່ອງຈັກ-ອາໄຫລ່ ແລະ ພາຫະນະຂອງບໍລິສັດ ຕ່າງໆພາຍໃນແຂວງ ສາມາດ ອະນຸມັດໄດ້ທັງ ໝົດ 17 ບໍລິສັດ, ອອກໃບ ຢັ້ງຢືນດ້ານເອກະສານ ນິ ຕິກໍາຕ່າງໆຈໍານວນ 13 ສະບັບ, ສະເໜີປະທານ ຄລທ ອະນຸມັດນໍາເຂົ້າ ຊົ່ວຄາວພາຫະນະ ແລະ ເຄື່ອງຈັກ-ອາໄຫຼ່ຈໍານວນ 2 ບໍລິສັດ, ສະເໜີປະ ທານ ຄລທ ອະນຸມັດ ນໍາເຂົ້າເພີ່ມນອກຈາກ ແຜນນໍາເຂົ້າຈໍານວນ 15 ບໍລິສັດ ແລະ ອື່ນໆ.

