ລາຄາພືດຜັກໃນທ້ອງຕະຫລາດມີການເຫນັງຕີງສູງຂຶ້ນ

ໃນວັນທີ 23 ສິງຫານີ້, ນັກຂ່າວໜັງສືພິມລາວພັດທະນາ ໄດ້ລົງຕິດຕາມລາຄາສິນຄ້າໃນທ້ອງຕະຫລາດຄື: ຕະຫຼາດໂພນສະຫວ່າງ, ຕະຫຼາດສະພານທອງຕະຫຼາດຂົວດິນ ແລະ ແຫ່ງອື່ນໆ, ເຫັນວ່າ: ໃນໄລຍະໜ້າຝົນນີ້ລາຄາພືດຜັກມີການເຫນັງຕີງສູງຂຶ້ນຄື: ຜັກຫອມປ້ອມ 25.000 ກີບຕໍ່ກິໂລ, ໝາກເຜັດ 30.000 ກີບຕໍ່ກິໂລ. ສ່ວນສິນຄ້າປະເພດ ຊີ້ນງົວລາຄາຢູ່ໃນລະດັບເກົ່າ 70-75 ພັນກີບ/ກິໂລ, ຊີ້ນໝູ 30-35 ພັນກີບ/ກິໂລ, ເປັດ-ໄກ່ 40-45 ພັນກີບ/ກິໂລ, ປາກະຊັງ 16-18 ພັນກີບ/ກິໂລ, ຂະນະທີ່ຊາວຄ້າຂາຍກໍຍອມຮັບວ່າ: ລາຄາສິນຄ້າປະເພດຊີ້ນແມ່ນຢູ່ໃນເກນປົກກະຕິດີຕາມກົນໄກຕະຫຼາດ, ແຕ່ຄາລາພືດຜັກ ແມ່ນມີລາຄາເພີ່ມຂຶ້ນ ເນື່ອງຈາກຫລາຍແຂວງເກີດນ້ຳຖ້ວມ ເຮັດໃຫ້ຜົນຜະລິດເສຍຫາຍ, ເຮັດໃຫ້ພຶດບາງຊະນິດບໍ່ສາມາດສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ ຈຶ່ງເຮັດໃຫ້ລາຄາສູງຂຶ້ນ.
ທ່ານ ໄມທອງ ວົງລາຕີ ຄະນະຈັດສັນຕະຫລາດໜອງຈັນ ໃຫ້ຮູ້ວ່າ: ໂດຍພາບລວມສະພາບການຊື້-ຂາຍສິນຄ້າ ໃນຕະຫລາດໜອງຈັນແມ່ນມີຄວາມເປັນລະບຽບດີ, ໂດຍທາງພະແນກ ການຄ້ານະຄອນຫລວງວຽງຈັນ ແລະ ເມືອງ ກໍໄດ້ລົງມາຊີ້ນຳໃນການຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຕິດຕາມຄຸ້ມຄອງລາຄາສິນຄ້າ ເປັນປະຈຳ, ປັດຈຸບັນ ສິນຄ້າພຶດກະສິກຳ ມີບາງລາຍການອາທິດສິນຄ້າອາດມີການເຫນັງສູງຂຶ້ນເລັກຫນ້ອຍ ແລະ ບາງລາຍການຫລຸດລົງ, ຍ້ອນກົນໄກເສດຖະກິດຕະຫລາດ ແລະ ການປ່ຽນແປງສະພາບອາກາດທີ່ສົ່ງຜົນກະທົບຕໍ່ການຜະລິດໃນແຕ່ລະໄລຍະ, ແຕ່ເຖິງແນວໃດກໍດີ ຄະນະຈັດສັນຕະຫລາດກໍໄດ້ເອົາໃຈໃສ່ ແລະ ຮຽກຮ້ອງໃຫ້ຊາວຄ້າຂາຍ ບໍ່ໃຫ້ສວຍໂອກາດຂຶ້ນລາຄາໂດຍລຳພັງ, ເພື່ອບໍ່ໃຫ້ເອົາປຽບແກ່ຜູ້ບໍລິໂພກ, ນອກນີ້, ຍັງໄດ້ຕິດຕັ້ງຊິງກາງ 9 ໜ່ວຍ ເພື່ອບໍ່ໃຫ້ມີການໂລບຕາຊິງ, ເພື່ອສະກັດກັ້ນການສວຍໂອກາດ ທີ່ອາດຈະເກີດຂຶ້ນ, ຮັບປະກັນໃຫ້ປະລິມານ ແລະ ລາຄາສິນຄ້າຢູ່ໃນຄວາມຍຸຕິທຳ.

