ບານເຕະທີມຍິງ U20 ປີ ຍີ່ປຸ່ນ ແລະ ສະເປນ ເຂົ້າຊີງແຊ້ມໂລກຄັ້ງທຳອິດ

ອາທິດຜ່ານ ນັກກິລາບານເຕະຍິງ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຂອງປະເທດຍີ່ປຸ່ນ ແລະ ສະເປນ ໄດ້ສ້າງປະຫວັດສາດເຂົ້າຊີງແຊ້ມໂລກຄັ້ງທຳອິດ ທີ່ປະເທດຝຣັ່ງໃນປີນີ້.
ໃນຮອບຄັດເລືອກ 4 ທີມ ຍີ່ປຸ່ນ ຊະນະ ອັງກິດ 2-0 ຜ່ານເຂົ້າຮອບ 4 ທີມສຸດທ້າຍ. ສ່ວນ ສະເປນ ຊະນະ ເຈົ້າພາບ ຝຣັ່ງ ທີ່ພົບກັນໃນຮອບຊີງທະວີບເອີຣົບປີນີ້ 1-0.
ຮອບຊີງຊະນະເລີດ ຍີ່ປຸ່ນ ພົບ ສະເປນ ຈະມີຂຶ້ນໃນຄໍ່າຄືນວັນທີ 24 ສິງຫານີ້ ເວລາ 00:30 ແຕ່ຄູ່ຊີງທີ 3 ຈະແຂ່ງກ່ອນເວລາ 21:00 ຝຣັ່ງເຈົ້າພາບ ພົບ ອັງກິດ. ການແຂ່ງຂັນບານເຕະຍິງ U20 ປີ ຊີງແຊ້ມໂລກ 2018 ຈັດຂຶ້ນໃນລະຫວ່າງວັນທີ 5-24 ສິງຫາ 2018 ທີ່ປະເທດຝຣັ່ງເປັນຄັ້ງທຳອິດ ໂດຍມີ 16 ທີມທີ່ຜ່ານການຄັດເລືອກແຕ່ລະຂົງເຂດເຂົ້າຮ່ວມ.

