ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ລົງກວດກາການກໍ່ສ້າງສູນພັກຊົ່ວຄາວຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສະໜາມໄຊ

ໃນວັນທີ 18 ສິງຫານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ລົງຕິດຕາມກວດກາຄວາມຄືບໜ້າການກໍ່ສ້າງສູນພັກຊົ່ວຄາວຜູ້ໄດ້ຮັບຖືກຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງສະຫນາມໄຊແຂວງອັດຕະປື, ໂດຍສູນດັ່ງກ່າວຕັ້ງຢູ່ບໍລິເວນເດີ່ນໂຮງຮຽນປະຖົມບ້ານຫາດຍາວຫ່າງຈາກເທດສະບານເມືອງສະໜາໄຊປະມານ 1 ກິໂລແມັດ, ໂດຍບໍລິສັດ ເອັສເຄ SK ສ.ເກົາຫລີ (ບໍລິສັດກໍ່ສ້າງເຂື່ອນເຊປຽນ-ເຊນໍ້ານ້ອຍ) ເປັນຜູ້ກໍ່ສ້າງສູນດັ່ງກ່າວ, ເປັນອາຄານຊັ້ນດຽວມີ 14 ຫລັງ, ມີ 10 ຫ້ອງຕໍ່ຫລັງ, ມາຮອດປັດຈຸບັນການກໍ່ສ້າງມີຄວາມຄືບໜ້າຫລາຍກວ່າ 60% ແລະ ຈະເລັ່ງກໍ່ສ້າງໃຫ້ສຳເລັດໃນມໍ່ໆນີ້.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ໄດ້ເນັ້ນໃຫ້ພາກສ່ວນທີ່ກໍ່ສ້າງສູນດັ່ງກ່າວເລັ່ງລົງມືໃຫ້ສຳເລັດຕາມແຜນການ, ພ້ອມຕິດຕັ້ງລະບົບໄຟຟ້າໃຫ້ຮັບປະກັນຄວາມປອດໄພ, ມີລະບົບຮັກສາສິ່ງແວດລ້ອມທີ່ດີ ແລະ ກໍ່ສ້າງຫ້ອງນ້ຳໃຫ້ຫລາຍຂຶ້ນຕື່ມ, ເນື່ອງຈາກຈະມີຜູ້ພັກເຊົາເປັນຈຳນວນຫລາຍ.

