ຫວຽດນາມສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື

ໃນວັນທີ 15-16 ສິງຫານີ້, ທີ່ສະຖານທູດລາວປະຈຳຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ ໄດ້ຮັບເງິນຊ່ວຍເຫລືອຈາກບໍລິສັດຫຸ້ນສ່ວນໄຟຟ້າຫວຽດນາມ-ລາວ ຈຳນວນ 31.150 ໂດລາສະຫະລັດ, ມອບໂດຍທ່ານ ຟຸ່ງມິງຈາ ຮອງອຳນວຍການບໍລິສັດດັ່ງກ່າວ, ຈາກວິທະຍາຄານຕໍາຫລວດປະຊາຊົນຫວຽດນາມຈຳນວນ 50 ລ້ານດົງ, ມອບໂດຍທ່ານພັນເອກ ຫງວຽນ ດັກຮວານ ຮອງອຳນວຍການວິທະຍາຄານດັ່ງກ່າວ, ສະມາຄົມມິດຕະພາບຫວຽດນາມ-ລາວແຂວງຖາຍຫງວຽນຈຳນວນ 50 ລ້ານດົງ, ມອບໂດຍທ່ານ ຫງວຽນ ຢວ໊ານ ກິງ ປະທານສາມະຄົມດັ່ງກ່າວ ເພື່ອຊ່ວຍເຫລືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊແຂວງອັດຕະປື.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອດັ່ງກ່າວ, ເຊິ່ງສະແດງເຖິງນໍ້າຈິດນໍ້າໃຈ ແລະ ຄວາມເປັນຫ່ວງເປັນໄຍຂອງລັດຖະບານ ກໍຄືປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້, ເປັນການປະກອບສ່ວນຊ່ວຍ ເຫລືອບັນເທົາທຸກໃຫ້ປະຊາຊົນທີ່ປະສົບໄພ ແລະ ຈະນຳເອົາເງິນຊ່ວຍເຫລືອນີ້ ໄປນຳໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ໃຫ້ມີປະສິດທິຜົນສູງສຸດ.
