ຊີດານ ກຽມຄຸມທີມ ແມນຢູ

ຜູ້ຈັດການທີມສະໂມສອນ ຣີລ ມາດຣິດ ພ້ອມແລ້ວທີ່ຈະມາຄຸມທີມສະໂມສອນ ແມນເຊັສເຕີ ຢູໄນເຕັດ ຕໍ່ຈາກ ໂຊເຊ ມູຣິນໂຢ.
ສໍາງານຂ່າວດັງຂອງປະເທດຝຣັ່ງ ເປີດເຜີຍວ່າ: ຊີເນດິນ ຊີດານ ອະດີດຜູ້ຈັດການທີມສະໂມສອນ ຣີລ ມາດຣິດ ເຊິ່ງປັດຈຸບັນກໍາລັງພິຈາລະນາເຖິງການມາຄຸມທີມອີກຄັ້ງໃນ ພຣີເມຍລີກ ອັງກິດ ກັບສະໂມສອນ ແມນເຊັສເຕີ ຢູໄນເຕັດ. ຂະນະທີ່ປັດຈຸບັນ ໂຊເຊ ມູຣິນໂຢ ກໍາລັງຄຸມທີມສະໂມສອນດັ່ງກ່າວຢູ່ ແຕ່ວ່າມີກະແສຂ່າວຮຽກຮ້ອງໃຫ້ທາງສະໂມສອນປົດຕໍາແໜ່ງອອກ ຫລັງຄຸມທີມມາເປັນເວລາ 2 ປີ ແຕ່ຜົນງານບໍ່ດີ.
ຫລ້າສຸດ ຕາມການເປີດເຜີຍວ່າ: ຊີດານ ຄືເຕັ່ງ 1 ທີ່ຈະມາຄຸມທີມຕໍ່ຈາກ ໂຊເຊ ມູຣິນໂຢ ເຊິ່ງອະດີດຜູ້ຈັດການທີມສະໂມສອນ ຣີລ ມາດຣິດ ຖືກຕ້ອງຕາມສະເປັກຂອງປະທານສະໂມສອນ ແມນຢູ ພາຍຫລັງສ້າງປະຫວັດສາດພາ ຣີລ ມາດຣິດ ຍາດໄດ້ແຊ້ມເອີຣົບຖ້ວຍໃຫຍ່ 3 ປີຊ້ອນ.

