ສັນຍານບອກວ່າໃກ້ຈະເກີດລູກແລ້ວ

ຊ່ວງໃກ້ເກີດ ຫລື ເດືອນຄອງ ແມ່ນຊ່ວງທີ່ຜູ້ກຳລັງຈະເປັນແມ່ມືໃໝ່ ຫລື ແມ່ລູກອ່ອນມີຄວາມກັງວົນ ເຖິງວ່າທ່ານໝໍຈະກຳໜົດມື້ເກີດໃຫ້ແລ້ວ ແຕ່ກໍອາດມີເຫດໃຫ້ເຮົາຕ້ອງໄປໂຮງໝໍກ່ອນເຖິງມື້ທີ່ກຳນົດ ເຊິ່ງຫາກທ່ານພົບວ່າຕົນເອງມີສັນຍານ 5 ຢ່າງຕໍ່ໄປນີ້ ກໍຄວນໄປໂຮງໝໍ ເພາະອາດຈະເປັນອາຫານທີ່ບົ່ງບອກວ່າທ່ານຈະເກີດລູກໃນໄວໆນີ້ແລ້ວ.

     –  ມີນຳ້ອອກ : ສັນຍານນີ້ຖືວ່າເປັນສັນຍານເຕືອນແບບຮີບດ່ວນ ບໍ່ວ່າທ່ານກຳລັງຈະຢູ່ໃສ, ຢູ່ຫ້ອງນຳ້ຂອງຫ້ອງການ, ຢູ່ເຮືອນ ຫລື ຢູ່ໂຮງຮູບເງົາ ຫາກມີອາການນຳ້ອອກ (ນຳ້ຄາວປາໄຫລ) ຕ້ອງໄປພົບທ່ານໝໍທັນທີ, ແຕ່ບັນຫາດັ່ງກ່າວນີ້ພົບໜ້ອຍ ມີການສຳຫລວດພົບວ່າປະຈຸບັນມີແມ່ຍິງຖືພາພຽງແຕ່ 8% ເທົ່ານັ້ນທີ່ມີອາການນຳ້ໄຫລອອກ, ມີຂອງແຫລວໄຫລອອກມາຈາກປາກຊ່ອງຄອດກ່ອນກຳນົດ, ແຕ່ບໍ່ວ່ານຳ້ທີ່ອອກມານັ້ນຈະຫລາຍຫລືໜ້ອຍກໍຕ້ອງຟ້າວໄປໂຮງໝໍ ເພື່ອຫລຸດຄວາມ ສ່ຽງທີ່ອາດຈະເກີດຂຶ້ນມາໄດ້.

     – ມົດລູກບີບໂຕຫລາຍກ່ວາປົກກະຕິ : ເຖິງວ່າຫລາຍໆຄົນຈະຮູ້ດີວ່າມົດລູກບີບໂຕນັ້ນເປັນອາການໃກ້ຈະເກີດ ແຕ່ແມ່ຍິງຫລາຍໆຄົນສັບສົນ ແລະ ຄິດວ່າອາການດັ່ງກ່າວນັ້ນເກີດຈາກກາເຄື່ອນເໜັງຂອງລູກ ໂດຍສະເພາະແມ່ນອາທິດທ້າຍໆກ່ອນກຳໜົດເກີດ ການແຍກສອງອາການນີ້ອອກຈາກກັນນັ້ນ ຜູ້ຊ່ຽວຊານບອກວ່າ ການທີ່ລູກອ່ວຍ ຫລື ປ່ຽນທ່ານັ້ນມັກຈະບໍ່ເກີດຂຶ້ນຖີ່ປານໃດ, ແຕ່ຖ້າຮູ້ສຶກວ່າມີອາການຖີ່ເກີນກ່ວາປົກກະຕິກໍເປັນໄປໄດ້ວ່າຈະເປັນອາການມົດລູກບີບໂຕ ສາເຫດຂອງມົດລູກບີບໂຕນັ້ນກໍອາດຈະເກີດຈາກອາການຫິວ ຫລື ຂາດນຳ້ໄດ້ຄືກັນ ດັ່ງນັ້ນ ການກິນອາຫານ ແລະ ດື່ມນຳ້ອາດຈະຊ່ວຍຫລຸດອາການໄດ້, ແຕ່ຫາກເປັນກໍລະນີຂອງມົດລູກບີບໂຕໃກ້ເກີດ ຈະມີອາການປວດຮ່ວມນຳ ແລະ ອາການຈະຖີ່ຂຶ້ນເລື້ອຍໆ ເຊັ່ນ : ຈາກປວດທຸກ 10 ນາທີ ກໍມາເປັນທຸກ 8 ນາທີ,  ທຸກ 5 ນາທີ ແລະ ທຸກ 3 ນາທີ ເປັນຕົ້ນ.

     – ປາກມົດລູກເປີດ : ໃນລະຫ່ວາງການຖືພາ ປາກມົດລູກຂອງເຮົາຈະປິດເພື່ອປ້ອງກັນບໍ່ໃຫ້ລູກໃນທ້ອງເກີດການຕິດເຊື້ອ,  ແຕ່ເມື່ອໃກ້ຈະເກີດ ປາກມົດລູກຈະຄ່ອຍໆເປີດກ້ວາງຂຶ້ນ ແລະ ອ່ອນຂຶ້ນ ເພື່ອກຽມພ້ອມຕໍ່ການເກີດ ເຊິ່ງແພດຈະມີວິທີການພິຈາ ລະນາໂດຍເບິ່ງຈາກກ້າມຊີ້ນບໍລິເວນດັ່ງກ່າວ ເພື່ອປະເມີນຊ່ວງເວລາທີ່ຈະເກີດ.

     – ມີອາການເຈັບທ້ອງຖ່າຍ : ຫາກມີນຳ້ອອກ (ນຳ້ຄາວປາໄຫລ) ຮ່າງກາຍຈະມີການປ່ອຍໂປຣໂປຣສະຕາແກນດິນ ເປັນກຸ່ມຂອງຮໍໂມນທີ່ຈະຊ່ວຍໃຫ້ປາກມົດລູກເປີດ ແລະ ອ່ອນນຸ່ມ, ແຕ່ຮໍໂມນນີ້ອາດຈະສົ່ງຜົນຕໍ່ລຳໄສ້ ແລະ ເຮັດໃຫ້ເຈັບທ້ອງຖ່າຍໄດ້.

     – ອາການປວດຫລັງ : ສ່ວນຫລາຍແລ້ວ ແມ່ຍິງຖືພາຈະມີອາການປວດຫລັງ, ແຕ່ຖ້າປວດຫລາຍກ່ວາປົກກະຕິກໍອາດຈະ ເປັນອາການໃກ້ເກີດ ແລະ ອາການນີ້ກໍເກີດຂຶ້ນກັບແມ່ຍິງ ປະມານ 1 ໃນ 3 ອາການປວດຫລັງຢ່າງຕໍ່ເນື່ອງລາມມາຫາທ້ອງ ນ້ອຍ, ແຕ່ຈະປວດໄປທາງຫລັງຫລາຍກ່ວາ ອາການນີ້ບົ່ງບອກເຖິງອາການໃກ້ຈະເກີດແລ້ວໄດ້ຄືກັນ.