ກະຊວງແຮງງານ ແລະ ສະຫວັດດີການສັງຄົມສືບຕໍ່ເລັ່ງນຳເອົາເຄື່ອງບໍລິຈາກໄປມອບໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໄດ້ທົ່ວເຖິງ
ໃນວັນທີ 7 ສິງຫານີ້, ທ່ານນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວພັດທະນາກ່ຽວກັບການຮັບເຄື່ອງບໍລິຈາກ ແລະ ນຳເອົາໄປມອບໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນບັນດາແຂວງຕ່າງໆວ່າ: ນັບແຕ່ວັນທີ 15-22 ກໍລະກົດ 2018 ໄດ້ມີພາຍຸເຊິນຕິນພັດຜ່ານ, ເຮັດໃຫ້ມີຝົນຕົກໜັກຕິດຕໍ່ຫລາຍວັນໃນທຸກພາກຂອງປະເທດເຮົາ, ອັນໄດ້ກໍ່ໃຫ້ເກີດນ້ຳຖ້ວມ, ດິນເຈື່ອນທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫລວງຫລາຍ, ສະນັ້ນ ເພື່ອແກ້ໄຂສະພາບດັ່ງກ່າວ ໃນນາມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ເປັນກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ໄດ້ຖືກມອບໝາຍໃຫ້ເປັນຈຸດລວມສູນໃນການຮັບບໍລິຈາກຕ່າງໆ, ໂດຍໄດ້ຈັດຕັ້ງຄະນະຮັບຜິດຊອບເພື່ອຄຸ້ມຄອງໃຫ້ເປັນລະບົບ ແລະ ໄດ້ປະສານສົມທົບກັບພາກສະໜາມ ເພື່ອນຳເອົາເຄື່ອງຊ່ວຍເຫລືອໄປມອບໃຫ້ຜູ້ປະສົບໄພໄດ້ຢ່າງທ່ວງທັນເວລາ, ໂດຍການນຳໃຊ້ທຸກພາຫະນະຂົນສົ່ງນັບທັງຍົນ ແລະ ລົດບັນທຸກຕ່າງໆຈາກຫລາຍພາກສ່ວນ, ພ້ອມນັ້ນກໍໄດ້ສ້າງສາງເກັບມ້ຽນເຄື່ອງປະເພດອາຫານ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆຢູ່ 2 ຈຸດຄື: ແຂວງຈຳປາສັກ ແລະ ຢູ່ ຫລັກ 17 ນະຄອນຫລວງວຽງຈັນ, ເຊິ່ງນັບແຕ່ວັນທີ 24 ກໍລະກົດ-8 ສິງຫາ ນີ້, ມີຫລາຍພາກສ່ວນນັບທັງພາຍໃນ ແລະ ຕ່າງປະເທດໄດ້ໃຫ້ການຊ່ວຍເຫລືອເປັນຈຳນວນຫລາຍ ລວມເປັນເງີນຫລາຍກ່ວາ 15 ຕື້ກີບ, 17.857.310 ບາດ (ສະກຸນເງິນໄທ) ແລະ 434.812 ໂດລາສະຫະລັດ ແລະ ວັດຖຸສິ່ງຂອງອື່ນໆອີກ.
ທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ການນຳເອົາເຄື່ອງບໍລິຈາກໄປຊ່ວຍເຫລືອຜູ້ປະສົບໄພແມ່ນເປັນບັນຫາສຳຄັນເລັ່ງດ່ວນ, ເຊິ່ງປັດຈຸບັນນີ້ມີເຖິງ 11 ແຂວງທີ່ໄດ້ຮັບຜົນກະທົບຄື: ແຂວງຈຳປາສັກມີ 256 ບ້ານ, ມີ 5.676 ຄອບຄົວ, ແຂວງສະຫວັນນະເຂດມີ 86 ບ້ານ, ມີ 4.257 ຄອບຄົວ, ແຂວງຄຳມ່ວນມີ 337 ບ້ານ, ມີ 7.300 ຄົນໄດ້ຮັບຜົນກະທົບ, ນອກນີ້ ຍັງມີເສັ້ນທາງຫລວງແຫ່ງຊາດ 2 ເສັ້ນ ແລະ ເສັ້ນທາງອື່ນໆຖືກຕັດຂາດ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ. ສໍາລັບແຂວງອຸດົມໄຊມີ 18 ບ້ານໃນ 5 ເມືອງ, ມີ 812 ຄົນໄດ້ຮັບຜົນກະທົບ, ແຂວງບໍລິຄຳໄຊມີ 6 ບ້ານໃນ 2 ເມືອງ ແລະ ເນື້ອທີ່ການຜະລິດເກືອບ 400 ເຮັກຕາເສຍຫາຍ, ແຂວງຫລວງນ້ຳທາມີ 5 ບ້ານໄດ້ຮັບຜົນກະທົບ, ເນື້ອທີ່ທຳການຜະລິດ 125 ເຮັກຕາ ແລະ ຂົວ 14 ແຫ່ງໄດ້ຮັບຄວາມເສຍຫາຍ, ແຂວງຜົ້ງສາລີມີ 59 ບ້ານໃນ 6 ເມືອງໄດ້ຮັບຜົນກະທົບ, ເນື້ອທີ່ທຳການຜະລິດກວ່າ 350 ເຮັກຕາ, ຂົວ 2 ແຫ່ງເປ່ເພຜົນເສຍຫາຍ ແລະ ດິນເຈື່ອນທັບທາງ 13 ຈຸດ, ແຂວງຊຽງຂວາງມີ 13 ບ້ານໃນ 7 ເມືອງໄດ້ຮັບຜົນກະທົບ, ສະເພາະຢູ່ແຂວງຫລວງພະບາງ ກໍໄດ້ຮັບຄວາມເສຍຫາຍເຊັ່ນກັນ ແລະ ຢູ່ ແຂວງອັດຕະປື ຖືເປັນເຫດການອຸທົກກະໄພຄັ້ງຮ້າຍແຮງເປັນປະຫວັດສາດຂອງຊາດ, ສ້າງຄວາມສູນເສຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນຫລວງຫລາຍຄື: ມີ 13 ບ້ານ, 13 ພັນກວ່າຄົນໄດ້ຮັບຜົນກະທົບ, ໃນນີ້ມີ 6 ບ້ານຖືກເສຍຫາຍ 100% ພ້ອມມີຜູ້ສູນຫາຍເປັນຈຳນວນຫລາຍ.
ຂ່າວໃຫ້ຮູ້ວ່າ: ໃນວັນທີ 8 ສິງຫານີ້, ກໍມີຫລາຍພາກສ່ວນທີ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງີນຈຳນວນໜຶ່ງ ມາມອບໃຫ້ສູນຮັບບໍລິຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມຄື: ບໍລິສັດໂຄລາວ ມອບເງິນຫລາຍກ່ວາ 160 ລ້ານກີບ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ແລະ ເງິນຈຳນວນໜຶ່ງເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມໃຫ້ໄດ້ຢ່າງທົ່ວເຖິງ.

