ທ່ານ ຮຸນເຊນ ທ້າສາບານເຖິງຕາຍຖ້າບິດເບືອນ ຕົວເລກຜູ້ໃຊ້ສິດເລືອກຕັ້ງເກີນຄວາມຈິງ

ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ປະຕິເສດຂໍ້ກ່າວຫາທີ່ວ່າ: ມີການປັບຕົວເລກຜູ້ມາໃຊ້ສິດເລືອກຕັ້ງຫລາຍເກີນຄວາມເປັນຈິງ ແລະ ຂໍສາບານໃຫ້ທ່ານເຖິງແກ່ຊີວິດຖ້າຂໍ້ມູນເລືອກຕັ້ງບໍ່ເປັນຄວາມຈິງ.
ພັກປະຊາຊົນກຳປູເຈຍ (CPP) ອ້າງວ່າຊະນະການເລືອກຕັ້ງທັງໝົດ 125 ບ່ອນນັ່ງໃນການເລືອກຕັ້ງທົ່ວໄປ ໃນວັນທີ 29 ກໍລະກົດຜ່ານມາ ກາຍເປັນພັກດຽວທີ່ໄດ້ຄອງອຳນາດຕໍ່ໄປ ແລະ ຕໍ່ອາຍຸການບໍລິຫານປະເທດຂອງທ່ານ ຮຸນເຊນ ເຊິ່ງຢູ່ໃນອຳນາດມາ 33 ປີແລ້ວ. ກ່ອນໜ້ານີ້ ພັກກູ້ຊາດກຳປູເຈຍ (CNRP) ພັກຝ່າຍຄ້ານຮຽກຮ້ອງໃຫ້ຂວ້ຳບາດການເລືອກຕັ້ງ ພາຍຫລັງສານສັ່ງຍຸບພັກໃນປີຜ່ານມາ. ທາງການລາຍງານຕົວເລກຜູ້ມາໃຊ້ສິດເລືອກຕັ້ງສູງເຖິງ 82% ໂດຍບໍ່ມີຄະນະເຮັດວຽກອິດສະຫລະ ແລະ ກຸ່ມສິດທິເຂົ້າສັງເກດການການເລືອກຕັ້ງ ເຊິ່ງຜູ້ມາໃຊ້ສິດຫລາຍເທົ່າກັບຈຳນວນຜູ້ສະໜັບສະໜູນທ່ານ ຮຸນເຊນ ຫລາຍເຊັ່ນກັນ. ນາຍົກລັດຖະມົນຕີ ຮຸນເຊນ ກ່າວທ້າທາຍຜູ້ກ່າວຫາໃຫ້ມາສາບານນຳກັນ ເຊິ່ງທ່ານພ້ອມສາບານຂໍໃຫ້ເຖິງແກ່ຊີວິດ ບໍ່ວ່າຈະເປັນຈາກອຸປະຕິເຫດລົດຍົນ, ເຮືອບິນຕົກ, ໄຟດູດ, ຟ້າຜ່າ ຫລື ວິທີໃດກໍຕາມ ແລະ ກ່າວວ່າ: ຈະມີໃຜກ້າສາບານນຳ ຫລື ບໍ່.

