ຍີ່ປຸ່ນຈະໃຊ້ລະບົບຈົດຈຳໃບໜ້າ ໃນໂອແລມປິກໂຕກຽວ 2020

ຜູ້ຈັດງານຖະແຫລງໃນວັນທີ 7 ສິງຫາວ່າ: ໂອແລມປິກໂຕກຽວ 2020 ຈະເປັນການແຂ່ງຂັນກິລາໂອແລມປິກເທື່ອທຳອິດທີ່ໃຊ້ເຕັກໂນໂລຊີຈົດຈຳໃບໜ້າເຂົ້າມາຊ່ວຍລະບົບຮັກສາຄວາມປອດໄພອ້ອມຮອບສະຖານທີ່ຈັດການແຂ່ງຂັນທັງໝົດ.
ຜູ້ຈັດງານໂຕກຽວ 2020 ຮ່ວມມືກັບ NEC ບໍລິສັດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີລາຍໃຫຍ່ຂອງຍີ່ປຸ່ນ ພັດທະນາລະບົບຈົດຈຳໃບໜ້າເປັນເທື່ອທຳອິດທີ່ຈະມາໃຊ້ໃນກິລາໂອແລມປິກ. ທ່ານ ທາສີໂຢຊິ ອິວາຊິຕະ ຜູ້ອຳນວຍການຝ່າຍລະບົບຄວາມໝັ້ນຄົງໂຕກຽວ 2020 ຖະແຫລງວ່າ: ລະບົບເຕັກໂນໂລຊີຈົດຈຳໃບໜ້າ ເຊິ່ງຈະໄດ້ສາທິດການເຮັດວຽກໃຫ້ສື່ມວນຊົນໃນງານຖະແຫລງຂ່າວທີ່ນະຄອນຫລວງໂຕກຽວ ຈະໃຊ້ຊິບໄອຊີໃນບັດໄອດີ ເພື່ອພິສູດຕົວບຸກຄົນທີ່ເຂົ້າສະໜາມກິລາກວ່າ 40 ແຫ່ງ. ເຈົ້າໜ້າທີ່ໂອແລມປິກ ແລະ ນັກກິລາກວ່າ 300.000 ຄົນຈະຕ້ອງມາບັນທຶກພາບລົງຖານຂໍ້ມູນກ່ອນເລີ່ມການແຂ່ງຂັນກິລາໂອແລມປິກ 2020 ໃນເດືອນກໍລະກົດ ເຊິ່ງທຸກຄົນທີ່ຈະເຂົ້າສູ່ສະໜາມກິລາຈະຕ້ອງຜ່ານລະບົບຮັກສາຄວາມປອດໄພກ່ອນ. ຖະແຫລງການລະບຸວ່າ: ລະບົບກວດສອບດ້ວຍການຈົດຈຳໃບໜ້າຈະຊ່ວຍຍົກລະດັບຄວາມປອດໄພ ແລະ ຫລຸດຂັ້ນຕອນບໍ່ໃຫ້ນັກກິລາເສຍເວລາຖ້າດົນ.

