ເອີລົບ-ຢູນີເຊັບ ຊ່ວຍເຫລືອພາຫະນະ ເພື່ອປັບປຸງວຽກງານໂພຊະນາການ ແກ່ລັດຖະບານລາວ

ຂ

ປລ. ສະຫະພາບເອີລົບ (EU) ແລະ ອົງການຢູນີເຊັບ (UNICEF) ປະຈຳ ສປປ ລາວ ໄດ້ມອບລົດກະບະ ຈໍານວນ 11 ຄັນ ແລະ ລົດຈັກ 85 ຄັນ ໃຫ້ກະຊວງ ສາທາລະນະສຸກ ເພື່ອປະກອບສ່ວນໃນການປັບປຸງຄວາມສາມາດ ຂອງກອງເລຂາຄະນະກຳມາທິການ ວຽກງານໂພຊະນາການແຂວງຕ່າງໆ ໃນການລົງຕິດຕາມຊຸກຍູ້ຊ່ວຍເຫລືອ ກິດຈະກຳທີ່ກ່ຽວຂ້ອງກັບວຽກງານໂພຊະນາການ ໃນທ້ອງຖິ່ນຕ່າງໆໃນລາວ.
ພິທີມອບ-ຮັບ ພາຫະນະດັ່ງກ່າວ, ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ມອບໂດຍ ທ່ານ ເລໂອ ຟາເບີ ເອກອັກຄະລັດຖະທູດ EU ແລະ ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ ກ່າວຮັບ, ໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງ ສາທາລະນະສຸກ. ການຊ່ວຍເຫລືອດ້ານພາຫະນະຄັ້ງນີ້, ແມ່ນໜຶ່ງໃນກິດຈະກໍາການຮ່ວມມື ໃນການປັບປຸງດ້ານວຽກງານໂພຊະນາການ ໃນບັນດາແຂວງເປົ້າໝາຍເປັນຕົ້ນ ແຂວງອັດຕະປື, ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ຊຽງຂວາງ, ຫົວພັນ, ຜົ້ງສາລີ, ຫລວງພະບາງ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ເພື່ອເສີມຂະຫຍາຍຄວາມສາມາດ ໃນການຕິດຕາມຊຸກຍູ້ ແລະ ຊ່ວຍເຫລືອການປະຕິບັດ 22 ບູລິມະສິດ ຂອງການແຊກແຊງ ດ້ານວຽກງານໂພຊະນາການ.
ການຮ່ວມມື ລະຫວ່າງສະຫະພາບ EU-UNICEF ໃນການປັບປຸງວຽກງານໂພຊະນາການ ແມ່ນການຮ່ວມທຶນຊ່ວຍເຫລືອ ທີ່ມີຈຸດຫມຸ້ງໝາຍ ໃນການປັບປຸງການຮ່ວມມືຫລາຍຝ່າຍ ດ້ານການບໍລິຫານຄຸ້ມຄອງວຽກງານໂພຊະນາການຂັ້ນສູນກາງ, ແຂວງ ແລະ ເມືອງ, ຊຶ່ງເປັນວິທີການກະຕຸ້ນຜົນໄດ້ຮັບຂອງວຽກງານໂພຊະນາການຫລາຍຂຶ້ນ. ພ້ອມກັນນີ້, ຍັງແນໃສ່ສ້າງຄວາມສາດ ດ້ານການວາງແຜນ, ການປະ ຕິບັດການ ແລະ ການຕິດຕາມຊຸກຍູ້ ການປະຕິບັດໂຄງການໂພຊະນາການ ໃຫ້ມີປະສິດທິຜົນສູງ ຂອງ ກະຊວງສາທາລະນະສຸກ.
ທ່ານ ເລໂອ ຟາເບີ ກ່າວວ່າ: ການຮ່ວມມືເພື່ອປັບປຸງວຽກງານໂພຊະນາການ ແມ່ນໃຫ້ການສະ ໜັບສະໜູນ ການປະຕິບັດໂຄງການແບບຫລາຍຂະແໜງການ ໃນການແກ້ໄຂສິ່ງທ້າທາຍໃນການຂາດສານອາຫານ ທີ່ແຜ່ຂະຫຍາຍໃນທົ່ວປະເທດ ໂດຍສະເພາະກຸ່ມເດັກທີ່ຂາດສານອາຫານ ຢູ່ໃນກຸ່ມບັນດາຊຸມຊົນຊົນເຜົ່າ ໃນເຂດຫ່າງໄກສອກຫລີກ ແລະ ໂດດດ່ຽວ ທີ່ຍາກຕໍ່ການເຂົ້າເຖິງ. ພວກເຮົາຫວັງຢ່າງຍິ່ງວ່າ ລົດໃຫຍ່ ແລະ ລົດຈັກ ເຫລົ່ານີ້ ຈະອຳນວຍຄວາມສະດວກຢ່າງພຽງພໍ ໃຫ້ແກ່ການປະຕິບັດໂຄງ ການ ໃນຊຸມຊົນເປົ້າຫມາຍ, ໂດຍສະເພາະ ການລົງເຮັດວຽກກັບຊຸມຊົນທີ່ຢູ່ຫ່າງໄກທີ່ສຸດ ແລະ ຊຸມຊົນທີ່ດ້ອຍໂອກາດ.
ທ່ານ ອົກຕາວຽນ ບີໂວນ ກ່າວຕື່ມວ່າ: ເປົ້າໝາຍຂອງການຮ່ວມມື ແມ່ນ ເພື່ອເລັ່ງລັດການລຸດຜ່ອນພາວະການຂາດສານອາຫານຊໍາເຮຶ້ອ ໃນກຸ່ມເດັກອາຍຸຕໍ່າກ່ວາ 5 ປີ ໃຫ້ປະສົບຜົນສຳເລັດ ຫລາຍ ກ່ວາ 6 ປີທີ່ຜ່ານມາ. ແນວໃດກະຕາມ ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ຕ້ອງມີເຄື່ອງມືທີ່ເໝາະສົມ ທີ່ອໍານວຍຄວາມສະດວກໃຫ້ແກ່ການປະຕິບັດງານ. ພວກເຮົາເຊື່ອວ່າ ພາຫະນະດັ່ງກ່າວນີ້, ຈະຊ່ວຍໃນການແກ້ໄຂຂໍ້ຫຍຸ້ງຍາກດ້ານພາຫະນະ ທີ່ທີມງານຂັ້ນແຂວງ ແລະ ເມືອງກຳລັງປະເຊີນຢູ່ ເພື່ອເດີນທາງໄປຕິດ ຕາມຊຸກຍູ້ ການປະຕິບັດໂຄງການຢູ່ຊຸມຊົນ.

