ປາຣີສ ກຽມທຸ້ມ 320 ລ້ານ ຄວ້າ 2 ນັກເຕະດາວດັງ

ປາຣີສ ແຊງແຊກແມງ ສະໂມສອນເງິນຖັງແຫ່ງ ລີກເອິງຝຣັ່ງ ພ້ອມທຸ້ມເງິນ 320 ລ້ານຢູໂຣ ຄວ້າ ອິວານ ຣາຄິຕິຊ ກອງກາງຂອງ ບາເຊໂລນາ ແລະ ລູກາ ໂມດຣິຊ ກອງກາງຂອງ ຣີລ ມາດຣິດ ມາຮ່ວມທີມ.
ທັງ ໂມດຣິຊ ແລະ ຣາຄິຕິຊ ມີສ່ວນສຳຄັນໃນການຊ່ວຍເຫລືອທີມຊາດໂຄຣເອເຊຍ ຄວ້າຮອງແຊ້ມບານໂລກ 2018 ທີ່ປະເທດຣັດເຊຍ ແລະ ຕອນນີ້ເບິ່ງຄືວ່າຟອມຂອງພວກເຂົາຈະເປັນຈຸດສົນໃຈຂອງ ເປແອສເຊ ຢ່າງແຮງ ເຊິ່ງລາຍງານຂ່າວຫລ້າສຸດຈາກ ດອນ ບາລອນ ສື່ດັງຂອງສະເປນ ລະບຸວ່າ: ເປແອສເຊ ພ້ອມຈ່າຍຄ່າຕົວຂອງ ຣາຄິຕິຊ 100 ລ້ານຢູໂຣ ລວມທັງຈະຈ່າຍອີກ 220 ລ້ານຢູໂຣ ຊື້ ໂມດຣິຊ ລວມແລ້ວພວກເຂົາພ້ອມຈະຈ່າຍເງິນເຖິງ 320 ລ້ານຢູໂຣ ເພື່ອດຶງທັງສອງຄົນມາສູ່ຖິ່ນປຣາກ ເດສ ແປຣງ.

