ທີມກູ້ໄພພົບສົບຜູ້ເສຍຊີວິດຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊເພີ່ມອີກ 3 ຄົນ

ຕາມການລາຍງານຂອງອຳນາດການປົກຄອງແຂວງອັດຕະປື ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປືແມ່ນພົບຄວາມຫຍຸ້ງຍາກລຳບາກຫລາຍ ຍ້ອນມີຂີ້ຕົມລະດັບສູງ ແລະ ຊາກຕົ້ນໄມ້ເປັນຈຳນວນຫລາຍ ໄດ້ເປັນອຸປະສັກໃຫ້ແກ່ໜ່ວຍກູ້ໄພບໍ່ສາມາດນຳໃຊ້ພາຫະນະ ແລະ ເຄື່ອງມືເຂົ້າໄປຊ່ວຍຊອກຄົ້ນຫາໄດ້ ແລະ ໃນວັນທີ 1 ສິງຫານີ້, ເຈົ້າໜ້າທີ່ກູ້ໄພສາມາດພົບເຫັນສົບຜູ້ເສຍຊີວິດຕື່ມອີກ 3 ຄົນ ຢູ່ເຂດບ້ານຫີນລາດ ເຮັດໃຫ້ຕົວເລກຜູ້ເສຍຊີວິດລວມເປັນ 14 ຄົນ ແລະ ຕົວເລກຜູ້ສູນຫາຍທີ່ຍັງບໍ່ຮູ້ຂ່າວຄາວຍັງມີ 118 ຄົນ ແລະ ສຳລັບການຊ່ວຍເຫລືອຈາກພາກລັດ, ອົງການຈັດຕັ້ງສັງຄົມ, ປະຊາຊົນ ແລະ ຫົວໜ່ວຍທຸລະກິດຕ່າງໆກໍຍັງຫລັ່ງໄຫລມາຢ່າງຕໍ່ເນື່ອງ, ຊຶ່ງໄລ່ມາຮອດວັນທີ 1 ສິງຫານີ້ມີຕົວເລກລວມຍອດ 52 ຕື້ກວ່າກີບ, ໃນນີ້ເປັນເງິນສົດ 15 ຕື້ກວ່າກີບ, ເຂົ້າສານ 594 ໂຕນ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ຄິດເປັນມູນຄ່າ 37 ຕື້ກວ່າກີບ. ສ່ວນວຽກງານເບິ່ງແຍງຜູ້ປະສົບໄພແມ່ນຄະນະແພດໝໍ ແລະ ອາສາສະໝັກໜ່ວຍງານພະຍາບານປະຈຳແຕ່ລະຈຸດໄດ້ເອົາໃຈໃສ່ກວດກາ ແລະ ຕິດຕາມທາງດ້ານສຸຂະພາບຂອງຜູ້ປະສົບໄພຢ່າງໃກ້ຊິດ, ພ້ອມທັງສຳເລັດການກໍ່ສ້າງບ່ອນອາບນ້ຳ 5 ແຫ່ງ, ຂຸດຂຸມເກັບນ້ຳເປື້ອນ 2 ຈຸດ ລວມທັງເຮັດວຽກງານໂຄສະນາສຸຂະອານາໄມໃຫ້ແກ່ປະຊາຊົນ, ເພື່ອຮັບປະກັນໃຫ້ຈຸດພັກເຊົາຊົ່ວຄາວແຕ່ລະແຫ່ງມີຄວາມສະອາດເປັນລະບຽບຈົບງາມ ແລະ ໃນຕໍ່ໜ້ານີ້ ແມ່ນຈະໄດ້ສຸມໃສ່ສືບຕໍ່ພາລະກິດຄົ້ນຫາຜູ້ສູນຫາຍຕາມຈຸດເປົ້າໝາຍທີ່ຄອບຄົວ, ຍາດພີ່ນ້ອງຂອງຜູ້ສູນຫາຍແຈ້ງ, ເອົາໃຈໃສ່ເບິ່ງແຍງຜູ້ປະສົບໄພໃຫ້ດີ ແລະ ສ້ອມແປງເສັ້ນທາງເພື່ອໃຫ້ສາມາດເຂົ້າເຖິງເຂດປະສົບໄພດີຂຶ້ນ ແລະ ໃນວັນທີ 1 ສິງຫານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍການນຳຈາກກະຊວງປ້ອງກັນປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ໄດ້ລົງຢ້ຽມຢາມ ແລະ ໃຫ້ກຳລັງໃຈແກ່ປະຊາຊົນຜູ້ປະສົບໄພແຕ່ລະຈຸດ ລວມທັງຢູ່ສູນອົບພະຍົບໂຮງຮຽນ ມສ ຈັນທາ ແຂວງຈຳປາສັກມີ 100 ກວ່າຄົນທີ່ອົບພະຍົບມາແຕ່ຈຸດພັກຊົ່ວຄາວຢູ່ເມືອງປາກຊ່ອງ, ຈາກນັ້ນກໍໄດ້ໄປຢ້ຽມຜູ້ປະສົບໄພທີ່ໄດ້ຮັບບາດເຈັບຢູ່ໂຮງໝໍແຂວງ, ພ້ອມທັງໄດ້ມອບເຄື່ອງຊ່ວຍເຫລືອຈຳນວນໜຶ່ງ.

