ເລຂາທິການ ສປຊ ຈະຫາລື ເລື່ອງ ສປປ ເກົາຫລີ ກັບຜູ້ນຳຍີ່ປຸ່ນ

ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຈະຫາລືໃນບັນຫາກ່ຽວກັບວິກິດການ ສປປ ເກົາຫລີ ໃນລະຫວ່າງທີ່ທ່ານພົບປະກັບນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ໃນລະຫວ່າງທີ່ເດີນທາງຢ້ຽມຢາມຍີ່ປຸ່ນໃນອາທິດໜ້າ.
ໂຄສົກຂອງສະຫະປະຊາຊາດ ກ່າວວ່າ: ສະຫະປະຊາຊາດຄາດໝາຍວ່າ: ທ່ານ ກູເຕີເຣັສ ຈະຍົກເອົາຫລາຍເລື່ອງຂຶ້ນຫາລືກັບຜູ້ນຳຍີ່ປຸ່ນເຊັ່ນ: ວິກິດການ ສປປ ເກົາຫລີ. ນອກຈາກນັ້ນ ທ່ານຈະເຈລະຈາກັບເຫຍື່ອຜູ້ໄດ້ຮັບຜົນກະທົບຈາກລະເບີດນິວເຄຼຍທີ່ເມືອງຮິໂຣຊິມາ ແລະ ນາງາຊາກິ. ທ່ານ ກູເຕີເຣັສ ມີກຳນົດຈະເດີນທາງເຖິງນະຄອນຫລວງໂຕກຽວໃນວັນທີ 8 ສິງຫານີ້ ກ່ອນຈະເດີນທາງຕໍ່ໄປເມືອງນາງາຊາກິ ເພື່ອເຂົ້າຮ່ວມໃນພິທີລະນຶກເຖິງສັນຕິພາບປະຈຳປີໃນວັນທີ 9 ສິງຫາ. ການພົບກັນລະຫວ່າງທ່ານ ກູເຕີເຣັສ ກັບທ່ານ ອາເບະ ເກີດຂຶ້ນໃນຂະນະທີ່ມີລາຍງານຂ່າວວ່າ: ທ່ານ ອາເບະ ກຳລັງພະຍາຍາມຫາທາງພົບກັບທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ເຊິ່ງມີຄວາມເປັນໄປໄດ້ວ່າ: ທັງສອງຈະພົບກັນໃນເດືອນກັນຍານີ້ ທີ່ເມືອງວະລາດິວອສຕ໊ອດ ຂອງຣັດເຊຍ.

