ການນໍາກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ເຂດປະສົບໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ

ເຊົ້າວັນທີ 30 ກໍລະກົດ ນີ້, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ເຂດປະສົບໄພທາງທໍາມະຊາດ ຢູ່ແຂວງ ຄໍາມ່ວນ ແລະ ໃນໂອກາດນີ້, ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງດັ່ງກ່າວໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 23 ກໍລະກົດ ຜ່ານມາໄດ້ມີຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ນໍ້າເຊບັ້ງໄຟ, ນໍ້າຫີນບູນ, ນໍ້າເຊນ້ອຍ ລົ້ນຝັງໄຫຼເຂົ້າຖ້ວມບ້ານເຮືອນ, ເນື້ອທີ່ນາ 25 ພັນກວ່າເຮັກຕາ, ເນື້ອທີ່ສວນ 305 ເຮັກຕາ ແລະ ສັດລ້ຽງເປັນຈໍານວນຫຼວງຫຼາຍໄດ້ຮັບຄວາມເສຍຫາຍ ແລະ ເພື່ອປະກອບສ່ວນແບ່ງບັນເທົາການສູນເສຍດັ່ງກ່າວ, ທ່ານ ລຽນ ທິແກ້ວ ໄດ້ມອບເງິນຈໍານວນ 100 ລ້ານກີບ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ໄດ້ລົງພົບປະຊາຊົນຜູ້ທີ່ຖືກຜົນກະທົບ ຢູ່ເຂດບ້ານ ທ່າພະ, ນາແຫວ່ງ ເມືອງ ຍົມມະລາດ ແລະ ເມືອງໜອງບົກ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອ ຊຶ່ງປະກອບມີ: ນໍ້າດື່ມ ແລະ ອາຫານແຫ້ງ ລວມມູນຄ່າທັງໝົດ 17 ລ້ານກວ່າກີບ, ເພື່ອບັນເທົ່າທຸກໃຫ້ແກ່ຜູ້ປະສົບໄພພິບັດທາງທໍາມະຊາດໃນເບື່ອງຕົ້ນ, ພ້ອມທັງໃຫ້ທິດຊີ້ນໍາໃຫ້ທຸກຂະແໜງການເປັນເຈົ້າການຄຸ້ມຄອງປົກປັກຮັກສາເຂົ້າ, ພືດທີ່ນໍ້າບໍ່ຖ້ວມ ແລະ ບ່ອນທີ່ຖ້ວມແຕ່ບໍ່ເສຍຫາຍຫຼາຍໃຫ້ດີ, ສະກັດກັ້ນພະຍຸພະຍາດສັດທີ່ຈະເກີດຂຶ້ນຫຼັງນໍ້າແຫ້ງ, ພ້ອມນໍາພາປະຊາຊົນຫາວິທີແກ້ໄຂດ້ານອາຫານສັດ ໃຫ້ສັດມີອາຫານກິນຢ່າງພຽງພໍ, ຕິດຕາມສະພາບນໍ້າໃຫ້ເປັນປົກກະຕິ, ນັບທັງໂຄງການຊົນລະປະທານຕ່າງໆ ເພື່ອມີວິທີປ້ອງກັນ, ພ້ອມທັງກວດກາຄືນດ້ານແນວພັນເຂົ້າ, ແນວພັນພືດ ເພື່ອເຮັດການຜະລິດທົດແທນຄືນ ຫຼັງຈາກນໍ້າແຫ້ງໃຫ້ໄດ້ຮັບຜົນ.

