7 ວັນຜ່ານມາ ການກູ້ໄພຜູ້ຕົກຄ້າງ ແລະ ເສຍຊີວິດຈາກໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊຍັງພົບຄວາມຫຍຸ້ງຍາກ

ໃນການຖະແຫລງຂອງໜ່ວຍງານຂ່າວສານກ່ຽວກັບຄວາມຄືບໜ້າຂອງພາລະກິດກອບກູ້ ແລະ ຄົ້ນຫາຜູ້ເສຍຊີວິດຈາກໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 30 ກໍລະກົດນີ້ ໃຫ້ຮູ້ວ່າ: ເປັນເວລາ 7 ມື້ແລ້ວທີ່ຄະນະຮັບຜິດຊອບພາກສະໜາມໄດ້ສືບຕໍ່ຊີ້ນຳກຳລັງກອງທັບປະຊາຊົນລາວສົມທົບກັບເຈົ້າໜ້າທີ່ກູ້ໄພຈາກພາຍໃນ ແລະ ຕ່າງປະເທດໃນການຊອກຄົ້ນ ແລະ ເກັບກູ້ຜູ້ເສຍຊີວິດເທົ່າທີ່ຈະໄວໄດ້, ໄປຄຽງຄູ່ກັບການຈັດສັນຜູ້ປະສົບໄພໄປພັກເຊົາຢູ່ຕາມຈຸດພັກເຊົາຊົ່ວຄາວທີ່ກຽມໄວ້, ພ້ອມທັງໄດ້ເອົາໃຈໃສ່ກວດກາພົນລະເມືອງໃຫ້ມີຄວາມຊັດເຈນ ເພື່ອຮັບປະກັນການໃຫ້ຄວາມຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນໄດ້ທົ່ວເຖິງ.
ຄະນະຮັບຜິດຊອບພາກສະໜາມ ລາຍງານວ່າ: ໃນວັນທີ 30 ກໍລະກົດນີ້ ໄດ້ຈັດກຳລັງທະຫານເພີ່ມອີກ 100 ຄົນ ເພື່ອສົມທົບກັບເຈົ້າໜ້າທີ່ກູ້ໄພເຂົ້າຊອກຄົ້ນພື້ນທີ່ເປົ້າໝາຍດ້ວຍການຍ່າງເປັນແຖວໜ້າກະດານ ພາຍຫລັງລະດັບນ້ຳໄດ້ຫລຸດລົງເປັນລຳດັບ ແລະ ຜ່ານການປະຕິບັດງານຂອງທຸກພາກສ່ວນ ສາມາດພົບເຫັນສົບຜູ້ເສຍຊີວິດເພີ່ມອີກ 2 ລາຍ ເຊິ່ງລວມເປັນ 11 ສົບແລ້ວນັບແຕ່ເລີ່ມການຄົ້ນຫາແຕ່ວັນທີ 24 ກໍລະກົດເປັນຕົ້ນມາ ແລະ ໂດຍລວມເຫັນວ່າພາລະກິດການຄົ້ນຫາຜູ້ເສຍຊີວິດແມ່ນມີຄວາມຫຍຸ້ງຍາກຫລາຍ ເຖິງວ່າລະດັບນ້ຳໄດ້ຫລຸດລົງເປັນລຳດັບກໍຕາມ, ແຕ່ສະພາບຂີ້ຕົມແມ່ນມີລະດັບສູງສົມຄວນ. ສ່ວນການຈັດສັນຄຸ້ມຄອງ ແລະ ຊ່ວຍເຫລືອຜູ້ປະສົບໄພມາຮອດວັນທີ 30 ກໍລະກົດນີ້ ແມ່ນໄດ້ຍົກຍ້າຍປະຊາຊົນມາຢູ່ເມືອງສະໜາມໄຊແລ້ວຈຳນວນ 375 ຄອບຄົວ, ມີ 3.470 ຄົນ (ຍິງ 713 ຄົນ). ນອກນີ້ ຍັງມີປະຊາຊົນຢູ່ຈຸດບ້ານຕະມໍຢອດ 138 ຄອບຄົວ, ມີ 915 ຄົນ (ຍິງ 401 ຄົນ), ຈຸດຄຸ້ມດອນບົກ 88 ຄອບຄົວ, ມີ 361 ຄົນ (ຍິງ 166 ຄົນ), ຈຸດບ້ານປິ່ນດົງ 73 ຄອບຄົວ, ມີ 277 ຄົນ (ຍິງ 146 ຄົນ). ນອກນີ້ ຍັງມີປະຊາຊົນຢູ່ບ້ານຫີນລາດ, ບ້ານສະໜອງໃຕ້, ບ້ານຕະມໍຢອດ, ບ້ານເຊດອນໂຂງ, ບ້ານທ່າຫີນ, ບ້ານທ່າແສງຈັນ, ບ້ານໃໝ່, ບ້ານສົ້ມປ່ອຍໄດ້ໄປຢູ່ຈຸດພັກເມືອງປະທຸມພອນ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ ຈຳນວນ 208 ຄອບຄົວ ມີ 1.500 ກວ່າຄົນ. ສຳລັບການອຳນວຍຄວາມສະດວກ ແລະ ອອກບັດການປະຕິບັດໜ້າທີ່ໃຫ້ທີມກູ້ໄພ ແລະ ນັກຂ່າວ ມາຮອດປັດຈຸບັນໄດ້ອອກບັດຄຸ້ມຄອງຄົນຕ່າງປະເທດທີ່ເຂົ້າມາຊ່ວຍເຫລືອຈາກ ສປ ຈີນ, ຫວຽດນາມ, ສ.ເກົາຫລີ, ໄທ ລວມທັງໝົດ 342 ຄົນ.
ໃນໂອກາດລົງຢ້ຽມຢາມສູນຮັບບໍລິຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເມື່ອບໍ່ດົນນີ້ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວຢືນຢັນວ່າ: ລັດຖະບານຈະບໍ່ລົດລະໃນການຊອກຫາຜູ້ສູນຫາຍຈາກໄພພິບັດຄັ້ງນີ້, ຖ້າພົບເຫັນຜູ້ຍັງລອດຊີວິດກໍຈະຮີບຮ້ອນຊ່ວຍເຫລືອມາສູ່ບ່ອນປອດໄພໃຫ້ໄວທີ່ສຸດ, ສ່ວນຜູ້ເສຍຊີວິດກໍຕ້ອງພະຍາຍາມຊອກຫາມາໃຫ້ໄດ້ຈົນສຸດຄວາມສາມາດ ແລະ ພາຍຫລັງນ້ຳແຫ້ງລົງເປັນປົກກະຕິ ລັດຖະບານຈະສືບຕໍ່ວາງແຜນການຊ່ວຍເຫລືອຟື້ນຟູເຮືອນຊານທີ່ເປ່ເພ ແລະ ເສຍຫາຍໃຫ້ຄືນສູ່ສະພາບເດີມ ເພື່ອໃຫ້ປະຊາຊົນສາມາດກັບມາດຳລົງຊີວິດເປັນປົກກະຕິໂດຍໄວ.

