ໄຟຟ້າຫົງສາ ມອບເງິນ 2 ລ້ານບາດໄທ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອັດຕະປື

ເມື່ອທ້າຍອາທິດຜ່ານ ມາ, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ມອບເງິນຈໍານວນ 2 ລ້ານບາດໄທ ປະມານ 500 ລ້ານກວ່າກີບຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍຈາກໄພ ພິບັດທໍາມະຊາດ ຢູ່ແຂວງ ອັດຕະປື ເນືອງຈາກໂຄງ ການເຂື່ອນເຊປຽນ-ເຊນໍ້າ ນ້ອຍທະລຸ ໃນວັນທີ 23 ກໍລະ ກົດຜ່ານມາ, ເພື່ອແບ່ງເບົາ ຄວາມ ທຸກໂສກຂອງຜູ້ປະ ສົບໄພດັ່ງກ່າວ, ພິທີມອບ ໄດ້ຈັດຂຶ້ນທີ່ກະຊວງການ ເງິນ ໃນນະຄອນຫຼວງວຽງ ຈັນ, ລະຫວ່າງທ່ານຄະທະ ຢຸດ ຊູຄູນ ຜູ້ອໍານວຍການ ໃຫຍ່ ບໍລິສັດ ໄຟຟ້າຫົງ ສາ ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ.

 

ລັດຖະມົນຕີອຸດສະຫະກຳ ແລະ ການຄ້າຢ້ຽມຢາມໂຮງໄຟຟ້າຫົງສາ

ຮອງເຈົ້າເມືອງແກ່ນທ້າວມອບເງິນຊ່ວຍເຫລືອ ປະຊາຊົນບ້ານນາຫີນທີ່ຖືກເຄາະຮ້າຍຈາກຟ້າຜ່າງົວ

ໃນໂອກາດດັ່ງ ກ່າວ, ຜູ້ອໍານວຍການໃຫຍ່ ບໍລິ ສັດໄຟຟ້າຫົງສາໄດ້ມີຄໍາ ເຫັນສະແດງຄວາມເສຍ ໃຈຕໍ່ເຫດການທີ່ເກີດຂຶ້ນ ພ້ອມ ທັງສົ່ງກໍາລັງໃຈ ແລະ ພ້ອມທີ່ຈະປະກອບ ສ່ວນຊ່ວຍເຫຼືອໄປຍັງປະ ຊາຊົນຜູ້ປະສົບໄພ ດັ່ງກ່າວ ໃຫ້ສາມາດຜ່ານວິກິດ ການທີ່ເກີດຂຶ້ນໂດຍໄວ.