ຕຳຫລວດເມືອງສີໂຄດຕະບອງຈັບຕົວຄົນຮ້າຍລັກຊັບ 2 ຄົນມາດຳເນີນຄະດີ

ເມື່ອບໍ່ດົນນີ້, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ ມອບກະເປົາ, ໂທລະພາບ, ເຄື່ອງບັນທຶກກ້ອງວົງຈອນປິດ ຄືນເຈົ້າຂອງເດີມ, ຫລັງຈາກ ຖືກຄົນຮ້າຍລັກໄປເມື່ອທ້າຍ ເດືອນມິຖຸນາຜ່ານມາ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍ ຫລັງໄດ້ຮັບແຈ້ງຈາກຜູ້ເສຍ ຫາຍຢູ່ບ້ານນາຄໍາ ເມືອງສີ ໂຄດຕະບອງນະຄອນ ຫລວງ ວຽງຈັນ ວ່າມີຄົນຮ້າຍໄດ້ງັດ ເຮືອນແລ້ວກວາດເອົາວັດຖຸ ສິ່ງຂອງໄປຫລາຍລາຍການ, ຈຶ່ງໄດ້ລົງກວດກາສະຖານ ທີ່ເກີດເຫດ ແລະ ກວດກາ ກ້ອງ ວົງຈອນປິດ ພົບວ່າມີຄົນ ຮ້າຍ ສອງຄົນຂີ່ລົດຈັກມາກໍ່ ເຫດລັກຊັບຄັ້ງນີ້, ຈຶ່ງໄດ້ຈັດ ກໍາລັງຕິດຕາມ ແລະ ສາ ມາດຈັບຕົວຄົນຮ້າຍໄດ້ຄື: ທ້າວ ໄຊ ອາຍຸ 40 ປີຢູ່ບ້ານ ນາຊາຍໃຕ້ເມືອງນາຊາຍ ທອງນະຄອນຫລວງວຽງ ຈັນ ແລະ ທ້າວ ສາຍທອງ (ໂກ້) ອາຍຸ 19 ປີຢູ່ບ້ານປູ້, ເມືອງ ທ່າໂທມແຂວງໄຊ ສົມ ບູນ. ຜ່ານການສືບສວນ- ສອບສວນ ພວກເຂົາໄດ້ຮັບ ສາ ລະພາບວ່າ: ໃນມື້ກໍ່ເຫດ, ເວລາປະມານ 5:00 ໂມງ ເຊົ້າພວກຕົນໄດ້ຂີ່ລົດຈັກ ເລາະໄປຕາມທາງເພື່ອຊອກລັກຊັບ, ພໍມາຮອດເຂດບ້ານ ນາຄໍາໄດ້ເຫັນເຮືອນຫລັງ ໜຶ່ງບໍ່ມີຄົນຢູ່ ຈຶ່ງໄດ້ພາກັນ ງັດປ່ອງຢ້ຽມເຂົ້າໄປແລ້ວ ລັກເອົາສິ່ງຂອງຫລາຍ ຢ່າງໃນເຮືອນເພື່ອໄປຂາຍເອົາເງິນມາແບ່ງປັນກັນ ແລະ ຕໍ່ມາກໍຖືກເຈົ້າໜ້າ ທີ່ຈັບຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍ. ສ່ວນສິ່ງຂອງທີ່ພວກເຂົາ ລັກ ໄປເຈົ້າໜ້າທີ່ສາມາດ ເກັບກູ້ຄືນໄດ້ຈໍານວນໜຶ່ງ ແລະ ໄດ້ມອບໃຫ້ເຈົ້າຂອງ ເດີມແລ້ວ.
+ ປກສ ແຂວງຊຽງຂວາງ ຈັບກຸ່ມສໍ້ໂກງຊັບອັນຕະລາຍ
+ ຕຳຫລວດເມືອງນາຊາຍທອງ ຈັບຄົນຮ້າຍກໍ່ຄວາມບໍ່ສະຫງົບມາດຳເນີນຄະດີ

