ຮ່ວມແຮງຮ່ວມໃຈຊ່ວຍຜູ້ເຄາະຮ້າຍ ຈາກໄພທຳມະຊາດ

ໂດຍ: ຊາຍພະເນຈອນ.
- ຝົກຕົກລິນບໍ່ເອື້ອນ ທາລາເຄື່ອນລິນໄຫຼ
ເກີດອຸທົກກະໄພ ນໍ້າອັ່ງໄຫຼມາຖວ້ມ
ລວມເຂດເໜືອກາງໃຕ້ ແສນເສຍໃຈນໍ້າລົ້ນອັ່ງ
ເຮືອນຫຼາຍຫຼັງນໍ້າພັດກ້ຽງ ບໍ່ເຫຼືອໄວ້ແມ່ນແຕ່ເສົາ ພໍ່ແມ່ເອີຍ.
- ຍັງບໍ່ພໍເທົ່ານັ້ນ ບັນຫາໃຫຍ່ຕາມມາ
ອານາເຂດອັດຕະປື ຂ່າວລືສະເນືອນກ້ອງ
ນໍ້າໄຫຼນອງມາຖ້ວມ ເມືອງສະໜາມໄຊໃຕ້ຕໍ່າ
ຈາກເຊປຽນເຊນໍ້ານ້ອຍ ໄຫຼລົ້ນຖ້ວມທົ່ວເມືອງ ສົງສານເດ.
- ພົນລະເມືອງໄປບໍ່ໄດ້ ອາໄສເພິ່ງງອຍຫຼັງຄາ
ແສນເມດຕາສົງສານ ນະທີທານໄຫຼລົ້ນ
ສອງພັນຄົນຖືກຖ້ວມ ກະແສໄຫຼຜັດຜ່ານ
ແສນສົງສານພີ່ນ້ອງໃຕ້ ຂໍວອນໄຫວ້ຈົ່ງປອດໄພ ແດ່ທ້ອນ.
- ຂໍວອນການຈັດຕັ້ງ ທັງພາກລັດເອກະຊົນ
ຂໍປວງຊົນຊາວລາວ ມາຊ່ວຍກັນຄາວນີ້
ໃຜມີອາພອນຜ້າ ອາຫານຢາມາຊ່ວຍ ແດ່ເດີ
ທັງປັດໃຈໃຫຍ່ນ້ອຍ ເອົາມາພ້ອມຊ່ວຍກັນ ທ່ານເອີຍ.

