ສູດເຮັດນໍ້າໝາກປີ ຊ່ວຍເພີ່ມນໍ້ານົມແມ່

ນໍ້າໝາກປີຊ່ວຍບໍາລຸງນໍ້ານົມແມ່ໃຫ້ມີທັງປະລິມານ ແລະ ຄຸນນະພາບໄດ້ໄປຕະຫຼອດໃນຊ່ວງເວລາໃຫ້ນົມລູກ.

  • ວັດຖຸດິບມີ:

– ໝາກປີ

– ນໍ້າເກືອ(ເກືອປຸງແຕ່ງອາຫານປະສົມກັບນໍ້າ)

– ເກືອ

–  ໝາກນາວ ແລະ ນໍ້າເຊື່ອມ ຫຼື ນໍ້າເຜິ້ງກໍໄດ້

  • ວິທີເຮັດນໍ້າໝາກປີ
  1. ເອົາໝາກປີສົດມາແກະເອົາແຕ່ໃບຂາວໆດ້ານໃນ ແລ້ວແຊ່ນໍ້າເກືອປະມານ 30 ນາທີ
  2. ໃສ່ນໍ້າໃນໝໍ້ປະມານ 400 ມິນລີລິດ ຕົ້ມໃຫ້ຟົດ ຫຼັງຈາກນັ້ນໃສ່ເກືອ 1 ບ່ວງຊາ ແລ້ວເອົາໝາກປີທີ່ແຊ່ນໍ້າເກືອໄວ້ນັ້ນມາຕົ້ມໃຫ້ສຸກ.
  3. ເມື່ອໝາກປີສຸກແລ້ວ ກໍເອົາມາຊອຍເປັນຝອຍໆ ຫຼັງຈາກນັ້ນກໍເອົາໄປປັ່ນພ້ອມກັບນໍ້າທີ່ຕົ້ມໝາກປີ, ປັ່ນໃຫ້ລະອຽດຈົນເປັນເນື້ອດຽວກັນ ແລ້ວເຕີມນໍ້າໝາກນາວໃສ່ນໍ້າເຊື່ອມ ຫຼື ນໍ້າເຜິ້ງ ຈາກນັ້ນກໍຊິມລົດຊາດໃຫ້ພໍດີຕາມໃຈມັກ.