6 ເດືອນຜ່ານມາເສດຖະກິດນະຄອນຫລວງວຽງຈັນສືບຕໍ່ຂະຫຍາຍຕົວ

ທ່ານ ເຈົ້າຄອງນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ເບິ່ງ ລວມແລ້ວໃນ 6 ເດືອນ ຜ່ານມາ ເຫັນວ່າເສດຖະກິດ ນະຄອນຫລວງວຽງຈັນ ສືບ ຕໍ່ສະຫາຍຕົວໃນທ່ວງທ່າ ທີ່ດີ, ການລົງທຶນເຂົ້າມາ ຫລາຍກ່ວາ 8 ພັນຕື້ກີບ ເທົ່າ ກັບ 54% ຂອງແຜນການ ວາງໄວ້, ໃນນັ້ນມີການລົງ ທຶນຂອງລັດ 224 ໂຄງການ, ສ່ວນພາກເອກະຊົນມີ 1.481 ໂຄງການມີທຶນຈົດທະບຽນ ທັງໝົດ 1,93 ຕື້ໂດລາສະຫະ ລັດ, ຫລາຍກວ່າໝູ່ແມ່ນ ຂະແໜງອຸດສາຫະກຳກວມ 49,3% ຂອງ GDP ເພີ່ມ ຂຶ້ນ 12,8% ກະສິກຳ- ປ່າ ໄມ້ກວມ 14,2% ຂອງ GDP ແລະ ການບໍລິການ ກວມກວ່າ 30%.
+ ກະຊວງແຜນການລົງຊຸກຍູ້ການສ້າງແຜນພັດທະນາເສດຖະກິດແຂວງເຊກອງ
+ ມາດຕະການເພື່ອສັງຄົມ ເພື່ອເສດຖະກິດ
ທ່ານ ເຈົ້າຄອງເວົ້າວ່າ: ໃນ ຜ່ານມານະຄອນຫລວງ ກໍໄດ້ເອົາໃຈໃສ່ປະຕິບັດນະ ໂຍບາຍ ສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະ ຂະໜາດ ກາງ, (ເອັສເອັມອີ) ເຊິ່ງມາ ຮອດປັດຈຸບັນທົ່ວນະຄອນ ຫລວງວຽງຈັນມີ 40 ພັນ ກວ່າຫົວໜ່ວຍ ແລະ ສຳລັບ ຕົ້ນປີນີ້ ໄດ້ອະນຸຍາດອອກ ທະບຽນໃໝ່ 90 ໂຮງງານ, ມີທຶນທັງໝົດ 25 ຕື້ກີບ, ພ້ອມໄດ້ເອົາໃຈໃສ່ຄວບ ຄຸມລາຄາສິນຄ້າທີ່ມີຜົນ ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຢູ່ໃນ ເກນປົກກະຕິ ແລະ ໄດ້ອຳ ນວຍຄວາມສະດວກໃຫ້ການນຳເຂົ້າ ແລະ ສົ່ງອອກ ສິນຄ້າຜ່ານດ່ານສາກົນ ຂົວມິດຕະພາບວຽງຈັນ 1 ລວມມີມູນຄ່າຂາເຂົ້າ ຫລາຍກວ່າ 751 ລ້ານ ໂດລາ, ເພີ່ມຂຶ້ນ 60,57% ທຽບໃສ່ໄລຍະດຽວຂອງ ປີຜ່ານມາ ແລະ ການສົ່ງ ອອກມີມູນຄ່າ 224 ລ້ານ ກວ່າໂດລາ, ນອກຈາກນີ້ ຍັງສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາໄດ້ ຫລາຍກ່ວາ 8 ແສນຄົນ, ສາມາດສ້າງລາຍຮັບໃຫ້ ນະຄອນຫລວງ 76,20 ລ້ານໂດລາສະຫະລັດ./.

