ອິນໂດເນເຊຍກວາດລ້າງອາຊະຍາກຳ ຄັ້ງໃຫຍ່ກ່ອນເອຊຽນເກມ

ເຈົ້າໜ້າທີ່ໃນນະຄອນຫລວງຈາກາຕາວິສາມັນຄົນຮ້າຍຢ່າງໜ້ອຍ 11 ຄົນ ແລະ ຈັບກຸມຜູ້ຕ້ອງສົງໄສອີກເກືອບ 2.000 ຄົນ ໃນປະຕິບັດການປາບປາມອາຊະຍາກຳ ກ່ອນທີ່ເມືອງຫລວງຂອງອິນໂດເນເຊຍຈະເປັນເຈົ້າພາບເອຊຽນເກມໃນເດືອນໜ້າ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານຕຳຫລວດນະຄອນບານ ນະຄອນຫລວງຈາກາຕາ ອອກຖະແຫລງການໃນວັນທີ 17 ກໍລະກົດວ່າ: ນັບແຕ່ເຈົ້າໜ້າທີ່ທັງໃນ ແລະ ນອກເຄື່ອງແບບປະຕິບັດການຕໍ່ຕ້ານອາຊະຍາກຳໃນເມືອງຫລວງຂອງອິນໂດເນເຊຍຄັ້ງໃຫຍ່ ໃນຕົ້ນເດືອນນີ້ ສາມາດຈັບກຸມຜູ້ຕ້ອງສົງໄສໄດ້ແລ້ວເກືອບ 2.000 ຄົນ ແລະ ວິສາມັນຄົນຮ້າຍຢ່າງໜ້ອຍ 52 ຄົນ ໃນຈຳນວນນີ້ 11 ຄົນເສຍຊີວິດແລ້ວ ໂດຍເຈົ້າໜ້າທີ່ໃຫ້ເຫດຜົນຂອງການວິສາມັນຜູ້ຕ້ອງສົງໄສເຫລົ່ານັ້ນວ່າ: ເປັນຍ້ອນຂັດຂືນການຈັບກຸມ ເຊິ່ງອາດເປັນອັນຕະລາຍຕໍ່ປະຊາຊົນ.
ຂະນະທີ່ສຳນັກງານຕຳຫລວດແຫ່ງຊາດຂອງອິນໂດເນເຊຍມີແຜນເພີ່ມຈຳນວນເຈົ້າໜ້າທີ່ທັງໃນ ແລະ ນອກເຄື່ອງແບບ ກະຈາຍກຳລັງຮັກສາຄວາມປອດໄພຕະຫລອດໄລຍະເວລາທີ່ເປັນເຈົ້າພາບການແຂ່ງຂັນເອຊຽນເກມ ເຊິ່ງຈະມີຂຶ້ນລະຫວ່າງວັນທີ 18 ສິງຫາ ຫາ 2 ກັນຍາ ທີ່ນະຄອນຫລວງຈາກາຕາ ແລະ ເມືອງປາເລມບັງ. ເຖິງຢ່າງໃດກໍຕາມ, ສຳນັກງານຂອງຮິວແມນ ໄຣ ວອດ ປະຈຳອິນໂດເນເຊຍ ອອກຖະແຫລງການວິຈານສະຖານະການທີ່ເກີດຂຶ້ນວ່າ: ລັດຖະບານອິນໂດເນເຊຍບໍ່ຄວນໃຊ້ເອຊຽນເກມເປັນຂໍ້ອ້າງໃນການໃຫ້ເຈົ້າໜ້າທີ່ສາມາດໃຊ້ກຳລັງ “ເກີນກວ່າເຫດ”.

