ຍີ່ປຸ່ນຜະເຊີນຄື້ນຄວາມຮ້ອນ ເສຍຊີວິດແລ້ວ 14 ຄົນ

ສື່ຍີ່ປຸ່ນລາຍງານໃນວັນທີ 17 ກໍລະກົດວ່າ: ຄື້ນຄວາມຮ້ອນຮຸນແຮງແຜ່ປົກຄຸມຍີ່ປຸ່ນໃນອາທິດຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ. ຂະນະທີ່ອຸນຫະພູມສູງຂຶ້ນຈົນກະທົບຕໍ່ການຟື້ນຟູພື້ນທີ່ປະສົບໄພນ້ຳຖ້ວມ ທີ່ມີຜູ້ເສຍຊີວິດຫລາຍກວ່າ 200 ຄົນ ໃນອາທິດຜ່ານມາ.
ສື່ລາຍງານຜູ້ເສຍຊີວິດຈາກສະພາບອາກາດຮ້ອນອົບເອົ້າ 14 ຄົນໃນທ້າຍອາທິດຜ່ານມາ ເຊິ່ງລວມທັງຜູ້ຍິງອາຍຸ 90 ປີ ທີ່ພົບນອນໝົດສະຕິຢູ່ສະໜາມ ແລະ ຍັງມີອີກຫລາຍພັນຄົນທີ່ຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍຈາກອາການປ່ວຍທີ່ມາຈາກອາກາດຮ້ອນ. ສະພາບອາກາດຮ້ອນຮຸນແຮງໃນຫລາຍພື້ນທີ່ ໂດຍສະເພາະຢູ່ແຂວງກິຟຸ ອຸນຫະພູມເພີ່ມຂຶ້ນເຖິງ 39,3 ອົງສາ ໃນເມືອງອິບິງາວະ ໃນວັນທີ 16 ກໍລະກົດ ເຊິ່ງຖືວ່າອາກາດຮ້ອນທີ່ສຸດໃນຍີ່ປຸ່ນ, ສ່ວນຢູ່ນະຄອນຫລວງໂຕກຽວບັນທຶກໄດ້ 34 ອົງສາ ໃນວັນທີ 16 ກໍລະກົດ. ອຸນຫະພູມໃນພື້ນທີ່ທາງພາກຕາເວັນຕົກຂອງຍີ່ປຸ່ນ ເຊິ່ງຜະເຊີນກັບອຸທົກກະໄພຮຸນແຮງຜ່ານມາ ເພີ່ມຂຶ້ນເຖິງ 34,3 ອົງສາ ຍິ່ງເພີ່ມຄວາມສ່ຽງຕໍ່ທະຫານ ແລະ ອາສາສະໝັກເກັບກວາດກອງດິນ ແລະ ຊາກຫັກພັງ.

