ປະທານສະພາແຫ່ງຊາດ ເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສາລະວັນ

ລະຫວ່າງວັນທີ 11-14 ກໍລະກົດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສາລະວັນ ຕໍ່ການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ຕິດພັນກັບການຜັນຂະຫຍາຍມະຕິ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດ ຖະກິດ-ສັງຄົມຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2018 ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ອື່ນໆອີກ.
ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍ ບັນດາແຜນພັດທະນາ ແລະ ແຜນງົບປະມານຂອງທ້ອງຖິ່ນໃນ 6 ເດືອນຜ່ານມາທີ່ສາມາດຍາດໄດ້ຜົນສຳເລັດເບື້ອງຕົ້ນ ທີ່ຈະເປັນພື້ນຖານໃຫ້ແກ່ ແຂວງ ສືບຕໍ່ປະຕິບັດແຜນ 6 ເດືອນທ້າຍປີ ໃຫ້ສໍາເລັດ. ພ້ອມນັ້ນ, ໄດ້ຢັ້ງຢືນວ່າ ແຂວງສາ ລະວັນ ເປັນແຂວງທີ່ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເປັນເງື່ອນໄຂ ພື້ນຖານ ເຮັດໃຫ້ປະຊາຊົນມີຄວາມອຸ່ນອຽນໃນການທຳມາຫາກິນ ກາຍເປັນລາຍຮັບຂອງແຂວງ ເຮັດໃຫ້ ຜູ້ປະກອບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນເຂົ້າມາລົງທຶນ; ພິເສດແມ່ນການຈັດກອງ ປະຊຸມຮ່ວມ ກັບບັນດາແຂວງ ຂອງປະເທດເພື່ອນບ້ານທີ່ມີຊາຍແດນຕິດກັບ ແຂວງສາລະວັນ ຢ່າງເປັນປົກກະຕິ ເຮັດໃຫ້ຊາຍແດນມີຄວາມສະຫງົບ. ຢ່າງໃດກໍຕາມ ທ່ານປະທານສະພາແຫ່ງຊາດ ຍັງໄດ້ເນັ້ນ ໃຫ້ຄະນະພັກ ຄະນະນຳ ແຂວງສາລະວັນ ເອົາໃຈໃສ່ຂຸດຄົ້ນທຸກແຫລ່ງລາຍຮັບພາຍໃນແຂວງ ທີ່ມີກຳລັງບົ່ມຊ້ອນໃນປັດຈຸບັນ ເຮັດໃຫ້ລາຍຮັບຂອງແຂວງເພີ່ມຂຶ້ນກວ່າຊຸມປີຜ່ານມາ, ສືບຕໍ່ວຽກງານແກ້ໄຂຄວາມ ຫຍຸ້ງຍາກ, ການຜະລິດສິນຄ້າ ແລະ ເອົາໃຈໃສ່ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ.

