EU ຮຽກຮ້ອງຈີນ, ອາເມລິກາ, ຣັດເຊຍ ຢ່າເປີດສົງຄາມການຄ້າກັນ

ທ່ານ ໂດນັລ ທັສ ປະທານຄະນະມົນຕີເອີຣົບ ກ່າວໃນວັນທີ 16 ກໍລະກົດວ່າ: ຈີນ, ອາເມລິກາ ແລະ ຣັດເຊຍ ຈະຕ້ອງບໍ່ເປີດສົງຄາມການຄ້ານຳກັນ ແລະ ຮຽກຮ້ອງໃຫ້ທັງສາມປະເທດປະຕິຮູບອົງການການຄ້າໂລກ.
ທ່ານ ທັສ ກ່າວວ່າ: ປັດຈຸບັນຍັງມີເວລາຈະປ້ອງກັນຄວາມຂັດແຍ່ງ ແລະ ຄວາມວຸ້ນວາຍທີ່ອາດເກີດຂຶ້ນຈາກບັນຫາທາງການຄ້າ. ທ່ານ ທັສ ແລະ ທ່ານ ມອງ ຄລ໊ອກ ຍຸງເກີ ປະທານຄະນະກຳມາທິການເອີຣົບ ຢູ່ລະຫວ່າງການຢ້ຽມຢາມນະຄອນຫລວງປັກກິ່ງ ໂດຍມີກຳນົດພົບປະຫາລືກັບນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ໃນກອງປະຊຸມປະຈຳປີຜູ້ນຳ ຈີນ-ສະຫະພາບເອີຣົບ (EU). ທ່ານ ຍຸງເກີ ກ່າວໃນການຖະແຫລງຂ່າວຮ່ວມກັນວ່າ: ຈີນມີຊ່ອງທາງໃນການເປີດເສດຖະກິດຈີນ ແລະ ເຮັດໄດ້, ສ່ວນນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ກ່າວວ່າ: ຈີນຕ້ອງຫາແນວທາງຫລາຍຂຶ້ນໃນການສ້າງສົມດູນທາງການຄ້າກັບ EU, ຈີນຕ້ອງການເດີນໜ້າເຈລະຈາຂໍ້ຕົກລົງດ້ານການລົງທຶນຫລາຍຂຶ້ນກັບ EU ແລະ ທັງສອງຝ່າຍຄວນຕົກລົງກັນໃຫ້ໄວທີ່ສຸດ.

