5 ປັດໄຈລ້ຽງລູກໃຫ້ໄດ້ດີ

ປັດໄຈທີ່ເຮັດໃຫ້ແມ່ໄວລຸ້ນ ແລະ ຄອບຄົວສາມາດລ້ຽງລູກໃຫ້ໄດ້ດີ ມີ 5 ປັດໄຈຄື:

  1. ການຍອມຮັບເດັກທີ່ເກີດມາ ແລະ ມີຄວາມຮູ້ສຶກຢາກລ້ຽງດູ, ອົດທົນທຸ່ມເທໃຈ ແລະ ໄດ້ຮັບແຮງໜຸນຈາກຄອບຄົວເດີມ.
  2. ແມ່ໄວລຸ້ນ ແລະ ຄອບຄົວມີຄວາມສໍາພັນທີ່ດີຕໍ່ກັນ ຊ່ວຍກັນລ້ຽງດູລູກ ເຮັດໃຫ້ລູກຮູ້ສຶກອົບອຸ່ນໃຈ ແລະ ມີຄວາມໝັ່ນຄົງຈິດໃຈ.
  3. ໄດ້ຮັບການສະໜັບສະໜູນເບິ່ງແຍງຊ່ວຍເຫຼືອດ້ານສັງຄົມ ແລະ ຈິດໃຈເຄື່ອຂ່າຍໃນຊຸມຊົນ
  4. ຕັ້ງເປົ້າໝາຍໃຫ້ລູກເຕີບໃຫຍ່ເປັນຄົນດີ, ລ້ຽງດູດ້ວຍຄວາມຮູ້ ແລະ ຝຶກນິໄສໃຫ້ລູກ.
  5. ແມ່ໄວລຸ້ນ ແລະ ສາມີ ພະຍາຍາມປັບຕົວເປັນຕົວຢ່າງທີ່ດີ, ປັບການໃຊ້ຊີວິດຈາກໝູ່ເພື່ອນມາຢູ່ກັບລູກ ແລະ ຄອບຄົວ.