7 ຊະນິດອາຫານທີ່ຊ່ວຍບໍາລຸງສະໝອງ

 

ສະໝອງມີໜ້າທີຄວບຄຸມ ແລະ ສັ່ງການ ການເຄື່ອນໄຫວພຶດຕິກໍາ ແລະ ຮັກສາສົມດຸນພາຍໃນຮ່າງກາຍ, ໜ້າທີ່ຂອງສະໝອງຍັງມີສ່ວນກ່ຽວຂ້ອງກັບການຮັບຮູ້, ອາລົມ, ຄວາມຈໍາ, ການຮຽນຮູ້ການເຄື່ອນໄຫວ ແລະ ຄວາມສາມາດອື່ນໆ ທີ່ກ່ຽວກັບການຮຽນຮູ້ ດັ່ງນັ້ນ, ຄວນຈະກິນອາຫານທີ່ມີປະໂຫຍດເພີ່ມເສີມສ້າງໃຫ້ສະໝອງຂອງເຮົາພ້ອມເປີດຮັບສິ່ງຕ່າງໆ ແລະ ມື້ນີ້ມີ 7 ອາຫານທີ່ຊ່ວຍບໍາລຸງສະໝອງມາແນະນໍາ:

  1. ແກ່ນໝາກຖົ່ວ: ມີທັງໂປຕີນ, ໃຍອາຫານ ແລະ ໄຂມັນທີ່ມີປະໂຫຍດ, ນອກນີ້, ຍັງມີວິຕາມິນອີ ຊຶ່ງຈໍາເປັນຕໍ່ການທໍາງານຂອງສະໝອງ.
  2. ໄຂ່: ອຸດົມໄປດ້ວຍໂປຕີນ, ໄຂ່ 1 ໜ່ວຍຈະມີໂປຕີນຄຸນນະພາບດີ 6 ກຣາມ ແລະ ກົດອະມິໂນສໍາຄັນອີກ 9 ຊະນິດ, ທັງມີໄຂມັນຊຶ່ງພະລັງງານແກ່ສະໝອງໄດ້ດົນຫຼາຍຊົ່ວໂມງ, ຊີລີນຽມໃນໄຂ່ອໍຣແກນິກກໍໄດ້ຮັບການພິສູດແລ້ວວ່າຈະຊ່ວຍໃຫ້ອາລົມດີຂຶ້ນໄດ້.
  3.  ສາຫລ່າຍທະເລ: ມີໄອໂອດິນ ແລະ ໂອເມກ້າ 3 ສູູງຈັດວ່າເປັນອາຫານບໍາລຸງສະໝອງຢ່າງໜຶ່ງ ທີ່ສໍາຄັນ ແລະ ຍັງຊ່ວຍໃຫ້ເສັ້ນຜົນດົກດໍາໄດ້ອີກດ້ວຍ.
  4. ໝາກເລັ່ນ: ຈະມີໄລໂຄຟີນ ຊຶ່ງເປັນສານແອນຕີ້ອອກຊິແດນທ໌ ສາມາດຊ່ວຍປ້ອງກັນເຊລຈາກການຖືກທໍາລາຍຂອງອະນຸມູນອິດສະລະ ທີ່ເຮົາສາມາດພົບໃນອາການຂອງໂຣກອັນໄຊເມີຣ໌.
  5. ນົມຖົ່ວເຫຼືອງ: ມີວິຕາມິນ ບີ6 ທີ່ຊ່ວຍທໍາງານຂອງສະໝອງ, ສ້າງລະບົບພູມຕ້ານທານຂອງຮ່າງກາຍອີກ ທັງຍັງມີວິຕາມິນອີ ແລະ ກົດໄຂມັນຈໍາເປັນອື່ນໆ ທີ່ຊ່ວຍບໍາລຸງຜິວພັນໃຫ້ສົດໃສ, ມີທາດເຫຼັກ ທີ່ເສີມສ້າງເຊລເມັດເລືອດແດງ ລວມທັງ ເລຊິຣິນ ສານປະກອບຂອງຟໍສຟໍຣັດກັບໄຂມັນ ທີ່ຊ່ວຍປ້ອງກັນພະຍາດຫຼອດເລືອດແຂງຕົວ, ພະຍາດຫົວໃຈ ແລະ ຊ່ວຍບໍາລຸງສະໝອງດ້ວຍ.
  6. ໝາກກ້ວຍ: ມີສ່ວນປະກອບຂອງວິຕາມິນ ບີ6 ທີ່ຊ່ວຍໃນການທໍາງານຂອງສະໝອງ ທັງຍັງຮັກສາລະດັບນໍ້າຕານໃນເລືອດຂອງເຮົາໃຫ້ຄົງທີ່ ຊຶ່ງມີຜົນໄປເຖິງອາລົມຂອງເຮົາອີກດ້ວຍ ຈາກການວິໄຈພົບວ່າ ໝາກກ້ວຍອຸດົມໄປດ້ວຍໂປແຕສຊຽມນີ້ ຊ່ວຍໃຫ້ນັກຮຽນຮູ້ສຶກຕື່ນຕົວຫຼາຍຂຶ້ນເຮັດໃຫ້ຮຽນໄດ້ດີຂຶ້ນໃນທີ່ສຸດ.
  7. ສະຕໍເບີຣີ: ໝາກໄມ້ທີ່ມີຄຸນຄ່າທາງໂພສະນາການສູງ ໂດຍເປັນອາຫານສະໝອງ, ເສັ້ນເລືອດ ແລະ ຫົວໃຈ ບໍ່ວ່າເດັກນ້ອຍ, ຜູ້ໃຫຍ່ ຫຼືຜູ້ສູງອາຍຸກໍກິນໄດ້ ເພາະສະຕໍເບີຣີ ມີສານອາຫານຫຼາກຫຼາຍ, ມີວິຕາມິນຊີເປັນ 10 ເທົ່າຂອງໝາກໂມ, ແອັບປິ່ນ ແລະ ອະງຸ່ນ ແລະ ມີສ່ວນຫຼຸດໂອກາດເປັນພະຍາດມະເຮັງດ້ວຍ.